ແຊ້ມເກົ່າ ເອເລນ້າ ຣີບາກີນ້າ ຕົກຮອບ 8 ຄົນສຸດທ້າຍ ເທັນນິສ ວິມເບີດັນ 2023

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.

ປະເພດຍິງດ່ຽວ ຮອບ 8 ຄົນສຸດທ້າຍ: ແຊ້ມເກົ່າ ເອເລນ້າ ຣີບາກີນ້າ ມື 3 ຂອງລາຍການ ຈາກຄາຊັກສະຖານ ຕົກຮອບ ເສຍໃຫ້ ອອນ ຈາເບີ ມື 6 ຈາກຕູນີເຊຍ (ຕູນີຊີ້) ຮອງແຊ້ມປີຜ່ານມາ 1-2 ເຊັດ: 7-6(7/5), 4-6, 1-6.

ຮອບ 4 ຄົນສຸດທ້າຍ ອອນ ຈາເບີ ໄປພົບກັບ ອາຣີນ້າ ຊາບາເຣັນກ້າ ມື 2 ຂອງໂລກ ຈາກເບລາຣຸສ ທີ່ເອົາຊະນະ ເມດີສັນ ຄີ ມື 25 ຂອງລາຍການ ຈາກສະຫະລັດ ອາເມຣິກາ 2-0 ເຊັດ: 6-2, 6-4.

Photo: Wimbledon

Leave a Reply

Your email address will not be published. Required fields are marked *