ແຊ້ມເກົ່າ ສະຫະລັດ ອາເມຣິກາ ດວນຈຸດໂທດເສຍໃຫ້ ປານາມາ ຕົກຮອບ 4 ທີມສຸດທ້າຍ CONCACAF Gold Cup 2023

ການແຂ່ງຂັນເຕະບານ ລະດັບທີມຊາດ ຊິງແຊ້ມຂົງເຂດອາເມຣິກາເໜືອ, ອາເມຣິກາກາງ ແລະ ຄາຣິບບ້ຽນ ຫລື ຄອນຄາເຄັຟ ໂກລຄັບ 2023 (CONCACAF Gold Cup 2023) ທີ່ສະຫະລັດ ອາເມຣິກາ ແລະ ການາດ້າ ເປັນເຈົ້າພາບຮ່ວມກັນ.

ການແຂ່ງຂັນຮອບ 4 ທີມສຸດທ້າຍ: ທີມຊາດສະຫະລັດ ອາເມຣິກາ ແຊ້ມເກົ່າ ດວນຈຸດໂທດເສຍໃຫ້ ປານາມາ 4-5 ເວລາປົກກະຕິສະເໝີກັນ 0-0 ຕໍ່ເວລາພິເສດສະເໝີກັນ 1-1, ປານາມາ ເຂົ້າຮອບຊິງຊະນະເລີດເປັນຄັ້ງທີ 3 ຕໍ່ຈາກ ປີ 2005 ແລະ 2013 ລຸ້ນແຊ້ມສະໄໝທຳອິດ ລໍພົບກັບ ຜູ້ຊະນະລະຫວ່າງ ເມັກຊິໂກ້ (ແມັກຊິກ) ຮອງແຊ້ມຄັ້ງຜ່ານມາ ທັງເປັນແຊ້ມສູງສຸດ 11 ສະໄໝ ຫລື ຈາໄມກ້າ.

Photo: Gold Cup

Leave a Reply

Your email address will not be published. Required fields are marked *