ຫລາຍທ່ານອາດເຄີຍເຫັນ ຫລື ບໍ່ເຄີຍເຫັນມາກ່ອນ ສຳລັບກິລາດຶງຫູ (Ear pull) ເປັນກິລາພື້ນບ້ານ-ພື້ນເມືອງ ທີ່ມີສີສັນ, ໜ້າຄວາມສົນໃຈ ແລະ ມີສະເໜ່ສະເພາະ ໂດຍຖືກບັນຈຸເຂົ້າແຂ່ງຂັນອີກຄັ້ງໃນງານກິລາ World Eskimo-Indian Olympics 2023 ໃນລະຫວ່າງວັນທີ 12-15 ກໍລະກົດນີ້ ທີ່ ແຟແບັງ, ລັດອາລາສກ້າ, ສະຫະລັດ ອາເມຣິກາ.