ສະຫະພັນບານເຕະເອີຣົບ ຫລື ຢູຟ້າ ປະກາດວ່າ: ການແຂ່ງຂັນເຕະບານຊາຍ ຊິງແຊ້ມທະວີບເອີຣົບ ຄັ້ງທີ 17 ຫລື ຢູໂຣ 2024 ຮອບຄັດເລືອກ ກຸ່ມ C ທີ່ ທີມຊາດຢູເຄຣນ (ອູແກຣນ) ຈະພົບກັບ ທີມຊາດອັງກິດ ໃນວັນທີ 9 ກັນຍາປີນີ້ ຈະໄປແຂ່ງຢູ່ສະໜາມເປັນກາງ ວະໂຣສະວາຟ ປະເທດໂປແລນ ເນື່ອງຈາກເປັນຫ່ວງດ້ານຄວາມປອດໄພ ຍ້ອນຄວາມຂັດແຍ່ງກັນລະຫວ່າ ອູແກຣນ ແລະ ຣັດເຊຍ.
ຂະນະນີ້ ທີມຊາດອັງກິດ ແຂ່ງໄປ 4 ນັດ ເກັບ 12 ຄະແນນເຕັມ ເປັນທີມນຳຂອງກຸ່ມ, ສ່ວນ ອູແກຣນ ຢູ່ອັນດັບສອງ ມີ 6 ຄະແນນ ຈາກ 3 ນັດ, ຂະນະທີ່ ອີຕາລີ ແຊ້ມເກົ່າ ມີ 3 ຄະແນນ ຈາກ 2 ນັດ, ນັອດ ມາເຊໂດນີ້ ມີ 3 ຄະແນນ ຈາກ 3 ນັດ ແລະ ເມົາຕ້າ 4 ນັດ ຍັງບໍ່ມີຄະແນນ.