13 ກໍລະກົດ 2023 ວັນກຳເນີດກິລາລາວ ຄົບຮອບ 57 ປີ!

ສະບາຍດີທ່ານຜູ້ຊົມທີ່ຮັກແພງ ຕ້ອນຮັບທ່ານຜູ້ຊົມມາຕິດຕາມຂ່າວກິລາ ໃນຂ່າວພາກນີ້ ທີມຂ່າວພວກເຮົາຈະພາມາຫວນຄືນປະຫວັດຄວາມເປັນມາໂດຍຫຍໍ້ຂອງກິລາລາວ ໃນໂອກາດວັນກຳເນີດກິລາລາວ 13 ກໍລະກົດ 2023 ຄົບຮອບ 57 ປີ.

ກິລາ-ກາຍຍະກຳ ຄຽງຄູ່ກັບການດຳລົງຊີວິດຂອງປະຊາຊົນລາວ ມາດົນສົມຄວນ ນັບຕັ້ງແຕ່ໄລຍະສົງຄາມທີ່ດຸເດືອດ ແຕ່ກິລາກາຍຍະກຳ ກໍຍັງໄດ້ເຄື່ອນໄຫວໄປຕາມກະແສຂອງຂະບວນການຕໍ່ສູ້ເພື່ອສັນຕິພາບ, ອິດສະຫລະພາບ, ມີຜູ້ນຳລາວເຮົາໃນແຕ່ລະຍຸກ ແຕ່ລະສະໄໝ ກໍນຳພາປູກຈິດສຳນຶກໃຫ້ມັກຮັກໃນການອອກກຳລັງກາຍ ຫລິ້ນກິລາ ເພື່ອສຸຂະພາບ ແລະ ມິດຕະພາບ ເປັນຕົ້ນແມ່ນ ປະທານ ສຸພານຸວົງ, ປະທານ ໄກສອນ ພົບວິຫານ, ເຊິ່ງທ່ານກໍໄດ້ເຂົ້າຮ່ວມລົງສະໜາມຫລິ້ນກິລາປະເພດຕ່າງໆ ດ້ວຍຄວາມຮັກແພງ ສາມັກຄີ ກັບບັນດາສະຫາຍອ້າຍນ້ອງນັກຮົບປົດປ່ອຍຊາດທັງພາຍໃນ ແລະ ຕ່າງປະເທດ.

ຈົນມາຮອດປີ 1966 ທ່ານ ສີສະຫວາດ ແກ້ວບຸນພັນ ຫົວໜ້າກົມເສນາທິການສູງສຸດ ກອງທັບປະຊາຊົນ ປະຕິວັດລາວ ເປັນຜູ້ປະກາດເອົາວັນທີ 13 ກໍລະກົດ ປີ 1966 ເປັນວັນສ້າງຕັ້ງກິລາ-ກາຍຍະກຳຂອງລາວ ຫລື ວັນກຳເນີດກິລາລາວຢ່າງເປັນທາງການ. ຫຼັງຈາກນັ້ນ, ປະເທດຊາດໄດ້ຮັບການປົດປ່ອຍ ໃນວັນທີ 2 ທັນວາ 1975 ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ວຽກງານກິລາ, ພັດທະນາໄປຕາມຈັງຫວະ ສະພາບ ເງື່ອນໄຂ ຕາມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມແຫ່ງຊາດ ແນໃສ່ເອົາກິລາສ້າງຄົນ ຄົນສ້າງຊາດ ເຮັດໃຫ້ທົ່ວສັງຄົມມີສຸຂະພາບແຂງແຮງສົມບູນ, ຈິດໃຈປອດໂປ່ງ, ກຽມພ້ອມເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນສີວິໄລ.

ປັດຈຸບັນ ວຽກງານກິລາ-ກາຍຍະກຳ ມີບົດບາດຢ່າງຍິ່ງໃນສັງຄົມລາວ ຊ່ວຍເຮັດປະຊາຊົນທຸກເພດທຸກໄວ ມັກຮັກໃນການອອກກຳລັງກາຍ ຫລິ້ນກິລາເພື່ອສຸຂະພາບທີ່ດີ, ຫ່າງໄກຈາກສິ່ງເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

ກິລາລາວ ໄດ້ເຂົ້າເປັນສະມາຊິກລະດັບພາກພື້ນ ແລະ ສາກົນ ຫລາຍກວ່າ 40 ປະເພດກິລາ, ມີການເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງທັງພາຍໃນ ແລະ ຕ່າງປະເທດ, ມີຜົນງານທີ່ດີສົມຄວນໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ພ້ອມກັນນີ້ ບຸກຄະລາກອນກິລາລາວຈຳນວນໜຶ່ງ ກໍມີບົດບາດໃນອົງກອນກິລາສາກົນ. ຢ່າງໃດກໍຕາມ ວົງການກິລາລາວ ຍັງມີສິ່ງທ້າທາຍຫລາຍຢ່າງ ເພື່ອປັບປຸງ ແລະ ພັດທະນາໃຫ້ທຽມທັນກັບພາກພື້ນ ແລະ ສາກົນ.

Leave a Reply

Your email address will not be published. Required fields are marked *