ລົດຖີບທາງໄກ ຕູເດີຟຣອງ 2023 ສະໜາມທີ 10 ໄດ້ແຊ້ມໜ້າໃໝ່ຊາວສະເປນ, ສ່ວນ ແຊ້ມເກົ່າ ຍັງຄອງເສື້ອເຫລືອງ

ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 10 ເສັ້ນທາງຈາກເມືອງ ວູຄາເນຍ ຫາເມືອງ ອິສຊອຍເຣ່ ປະເທດຝຣັ່ງ ເປັນເສັ້ນທາງພູສູງລະດັບປານກາງ ໄລຍະທາງ 167.5 ກິໂລແມັດ.

ປະກົດວ່າ: ໄດ້ແຊ້ມໜ້າໃໝ່ ເປວໂລ ບິວເບົາ ນັກກິລາຊາວສະເປນ (ແອັສປາຍ) ໄວ 33 ປີ ຈາກທີມ ບາເຣນ ວິກຕໍຣ້ຽດ ເວລາ 3 ຊົ່ວໂມງ 52 ນາທີ 54 ວິນາທີ ເອົາຊະນະ ຈັອດ ຊິມເມີແທ້ນ ຊາວເຢຍລະມັນ ຈາກທີມ ອິນເຕີມາເຊ້ ເຊີຄຸສ-ວານຕີ້ ພຽງວິນາທີ. ຄວ້າແຊ້ມ ຕູເດີຟຣອງ ສະໜາມທຳອິດໃນອາຊີບ.

ຜ່ານໄປ 10 ສະໜາມ ຜູ້ນຳເວລາລວມ ຄອງເສື້ອເຫລືອງຍັງແມ່ນແຊ້ມເກົ່າ ໂຢນັສ ວິນເກກ໊າດ ຊາວເດັນມາກ ເວລາລວມ 42 ຊົ່ວໂມງ 33 ນາທີ 13 ວິນາທີ, ນຳອັນດັບສອງ ທາເດ່ ໂປກາຊ້າ ຊາວສະໂລເວເນຍ (ສະໂລເວນີ້) 17 ວິນາທີ.

ສະໜາມຕໍ່ໄປ ສະໜາມທີ 11 ຈະແຂ່ງຂັນໃນວັນທີ 12 ກໍລະກົດນີ້ ເສັ້ນທາງຈາກເມືອງ ເຄມ໋ອງ ເຟີຣ໋ອງ ຫາເມືອງ ມູແລັງ ປະເທດຝຣັ່ງ ເປັນເສັ້ນທາງລຽບ ໄລຍະທາງ 180 ກິໂລແມັດ.

Photo: Le Tour de France

Leave a Reply

Your email address will not be published. Required fields are marked *