ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.
ປະເພດຊາຍດ່ຽວ ຮອບ 8 ຄົນສຸດທ້າຍ: ໂນວັກ ໂຢໂຄວິກ ແຊ້ມເກົ່າ ທັງເປັນແຊ້ມແກຣນສະແລມສູງສຸດ 23 ສະໄໝ ມື 2 ຂອງໂລກ ຈາກເຊີເບຍ (ແຊັກບີ້) ແຊງຊະນະ ອັງເດຣ ຣູເບັຟ ມື 7 ຂອງລາຍການ ຈາກຣັດເຊຍ 3-1 ເຊັດ: 4-6, 6-1, 6-4, 6-3.
ໂນວັກ ໂຢໂຄວິກ ຄວ້າໄຊ 33 ນັດຕິດຕໍ່ກັນໃນແກຣນສະແລມ ວິມເບີດັນ ຍັງມີລຸ້ນສ້າງສະຖິຕິຄອງແຊ້ມລາຍການນີ້ສູງສຸດ 8 ສະໄໝ ທຽບເທົ່າກັບ ໂຣເຈີ ເຟດເດີເຣີ ຈາກສະວິສ ໂດຍຮອບ 4 ຄົນສຸດທ້າຍ ໄປພົບກັບ ຢານນິກ ຊິນເນີ ມື 8 ຂອງລາຍການ ຈາກອີຕາລີ ທີ່ເອົາຊະນະ ໂຣມັນ ຊາວຟີອູລິນ ອັນດັບ 92 ຂອງໂລກ ຈາກຣັດເຊຍ 3-1 ເຊັດ: 6-4, 3-6, 6-2, 6-2.
Photo: Wimbledon