ສະເວຍເຕັກ ມື 1 ຂອງໂລກ ຕົກຮອບ 8 ຄົນສຸດທ້າຍ ເທັນນິສ ວິມເບີດັນ 2023

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.

ປະເພດຍິງດ່ຽວ ຮອບ 8 ຄົນສຸດທ້າຍ: ອີກ້າ ສະເວຍເຕັກ ມື 1 ຂອງໂລກ ຈາກໂປແລນ (ໂປໂລຍ) ຕົກຮອບ ເສຍໃຫ້ ແມ່ລູກອ່ອນ ເອລີນ້າ ສະວິດໂຕລີນ້າ ມື 39 ຂອງໂລກ ຈາກຢູເຄຣນ (ອູແກຣນ) 1-2 ເຊັດ: 7-5, 6-7(5/7), 6-2.

ສະວິດໂຕລີນ້າ ເຂົ້າຮອບ 4 ຄົນສຸດທ້າຍລາຍການນີ້ເປັນຄັ້ງທີ 2 ຕໍ່ຈາກປີ 2019 ໄປພົບກັບ ມາຣເກຕ້າ ວອນດຣູໂຊວ້າ ອັນດັບ 42 ຂອງໂລກ ຈາກສາທາລະນະລັດເຊັກ ທີ່ພິກລັອກເອົາຊະນະ ເຈັສຊີກ້າ ເປກູລ້າ ມື 4 ຂອງລາຍການ ຈາກສະຫະລັດ ອາເມຣິກາ 2-1 ເຊັດ: 6-4, 2-6, 6-4.

Photo: Wimbledon

Leave a Reply

Your email address will not be published. Required fields are marked *