ຄາຊູໂຢຊິ ມິອຸຣະ (Kazuyoshi Miura) ສູນໜ້າຊາວຍີ່ປຸ່ນ ຜູ້ຄອງສະຖິຕິນັກເຕະບານອາຊີບອາຍຸຫລາຍສຸດໃນໂລກ ຂະຫຍາຍສັນຍາສືບຕໍ່ຍຶດອາຊີບກັບສະໂມສອນ ໂອລີເວເຣັນເຊ້ ທີມໃນລີກລະດັບສອງຂອງປະເທດໂປຕູເກດ (ປັອກຕຸຍການ).
ປັດຈຸບັນ ມິອຸຣະ ອາຍຸ 56 ປີ ຍ້າຍຈາກສະໂມສອນ ໂຢໂກຮາມ້າ ເອັຟຊີ ໃນຍີ່ປຸ່ນ ມາຢູ່ກັບ ໂອລີເວເຣັນເຊ້ ໃນສັນຍາຍືມຕົວໃນທ້າຍເດືອນມັງກອນປີນີ້ ເຊິ່ງ ໂຢໂກຮາມ້າ ເອັຟຊີ ແລະ ໂອລີເວເຣັນເຊ້ ແມ່ນມີເຈົ້າທີມເປັນຄົນດຽວກັນ, ໂດຍ ມິອຸຣະ ໄດ້ລົງຫລິ້ນກັບ ໂອລີເວເຣັນເຊ້ 28 ນາທີ ໃນຖານະຕົວສຳຮອງຈາກ 3 ນັດທີ່ລົງສະໜາມ.
ສຳລັບ ຄາຊູໂຢຊິ ມິອຸຣະ ເປັນນັກເຕະບານຈອມພະເນຈອນຜູ້ໜຶ່ງ ເລີ່ມຕົ້ນອາຊີບເຕະບານກັບ ຊານໂຕສ ໃນລີກເບຣຊິນ ປີ 1986 ຈາກນັ້ນ ກໍຍ້າຍໄປຢູ່ກັບ ພາວເມຣັສ ແລະ ອີກ 4 ສະໂມສອນໃນລີກແຊມບ້າ ແລະ ກັບມາ ຊານໂຕສ ອີກຄັ້ງໃນປີ 1989–1990, ຫລັງຈາກນັ້ນກໍກັບໄປບ້ານເກີດລີກຍີ່ປຸ່ນກັບທີມ ເວີດີ້ ຄາວາຊາກິ, ໄປລີກອີຕາລີຢູ່ກັບສະໂມສອນ ເຈນົວ ກາຍເປັນນັກເຕະຍີ່ປຸ່ນຄົນທຳອິດຫລິ້ນໃນລີກ ເຊຣີອາ ອີຕາລີ, ຈາກນັ້ນຍ້າຍໄປລີກໂຄຣອາຊີ້ກັບທີມ ດີນາໂມ ຊາເກັບ, ກັບມາຍີ່ປຸ່ນອີກຄັ້ງຢູ່ກັບທີມ ກຽວໂຕ ເພີໂພ ຊານກ້າ, ຈາກນັ້ນໄປຮ່ວມທັບ ວິສເທວ ໂກເບະ ແລະ ໂຢໂກຮາມ້າ ເອັຟຊີ ໃນປີ 2005 ເຖິງປັດຈຸບັນ ເຄີຍຖືກປ່ອຍໃຫ້ ຊິດນີ້ ເອຟຊີ ໃນເອລີກອົດສະຕຣາຍືມຕົວ ແລະ ຊູຊູກິ ພ໋ອຍ ເກັດເຕີ ຍືມຕົວ ແລະ ໂອລີເວເຣັນເຊ້ ໃນຂະນະນີ້ ລວມແລ້ວ ມິອຸຣະ ສັງກັດມາແລ້ວ 15 ສະໂມສອນ ໃນ 6 ປະເທດ ລົງຫລິ້ນ 780 ກວ່ານັດ ຍິງ 218 ປະຕູ ແລະ ມິອຸຣະ ເປັນນັກເຕະອາຍຸຫລັກ 50 ປີ ຄົນທຳອິດຍິງປະຕູໄດ້ໃນບານເຕະລີກອາຊີບ.
ໃນນາມທີມຊາດຍີ່ປຸ່ນ ຮັບໃຊ້ທີມ 89 ນັດ ຍິງ 55 ປະຕູ, ຢູ່ໃນຊຸດແຊ້ມເອຊຽນຄັບ ປີ 1992 ແລະ ໄດ້ຮັບລາງວັນ MVP ນັກເຕະດີເດັ່ນໃນຄັ້ງນັ້ນ ລວມທັງລາງວັນນັກເຕະດີເດັ່ນຂອງທະວີບອາຊີໃນປີດຽວກັນ. ຄາຊູໂຢຊິ ມິອຸຣະ ກ່າວວ່າ: ຕົນເອງຢາກສືບຕໍ່ຍຶດອາຊີບນີ້ຈົນໄປຮອດອາຍຸ 60 ປີ.