ເມແກນ ຣາປີໂນ ນັກເຕະບານຍິງຊື່ດັງທີມຊາດສະຫະລັດ ອາເມຣິກາ ປະກາດຈຳອຳລາອາຊີບຫລັງຈົບລະດູການນີ້. ສູນໜ້າ ໄວ 38 ປີ ຍຶດອາຊີບເຕະບານມາແຕ່ປີ 2009 ປັດຈຸບັນ ສັງກັດສະໂມສອນ ໂອເອວ ເຣນ (OL Reign) ທີມໃນລີກອາຊີບ ເຕະບານຍິງ ອາເມຣິກາ.
ຕະຫລອດອາຊີບຂອງ ຣາປີໂນ ສັງກັດ 7 ສະໂມສອນ ລົງຫລິ້ນ 188 ນັດ ຍິງ 66 ປະຕູ, ໄດ້ແຊ້ມລີກສູງສຸດຝຣັ່ງ ແລະ ຄຸບເດີຟຣອງ ກັບ ໂອລິມປິກ ລີຢົງ ຢ່າງລະໜຶ່ງສະໄໝ, ໄດ້ແຊ້ມ NWSL ຊິວ ກັບ ໂອເອວ ເຣນ 3 ສະໄໝ, ເດີ ວີມິ້ນຄັບ 2 ສະໄໝ.
ໃນນາມທີມຊາດຊຸດໃຫຍ່ຂອງ ສະຫະລັດ ອາເມຣິກາ ຕິດມາແຕ່ປີ 2006 ຮັບໃຊ້ທີມ 199 ນັດ ຍິງ 63 ປະຕູ. ຊ່ວຍທີມຄວ້າແຊ້ມໂລກ 2 ສະໄໝຕິດຕໍ່ກັນ 2015, 2019, ຫລຽນຄຳ ໂອແລມປິກ 2012, ແຊ້ມເຕະບານຍິງຊິງແຊ້ມຂົງເຂດຄອນຄາເຄັຟ 3 ສະໄໝ ແລະ ແຊ້ມອື່ນໆ ລວມ 16 ແຊ້ມ.
ລາງວັນສ່ວນຕົວ: ໄດ້ລາງວັນນັກເຕະບານຍິງດີເດັ່ນຂອງໂລກ ແລະ ບັນລົງດໍຣ ປີ 2019, ນັກເຕະດີເດັ່ນ ແລະ ດາວຍິງສູງສຸດ ບານໂລກ ເພດຍິງ 2019 ແລະ ຕິດທີມດີເດັ່ນຂອງ ຟີຟ້າ ໃນດຽວກັນ. ຂະນະນີ້ ເມແກນ ຣາປີໂນ ຢູ່ໃນຊຸດຮ່ວມ ບານໂລກ ເພດຍິງ 2023 ທີ່ອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ເປັນເຈົ້າພາບຮ່ວມກັນ ຈະແຂ່ງຂັນວັນທີ 20 ກໍລະກົດ – 20 ສິງຫານີ້ ທີມຍິງທີມຊາດສະຫະລັດອາເມຣິກາ ຫວັງລຸ້ນສ້າງປະຫວັດສາດຄອງແຊ້ມ 3 ສະໄໝຕິດຕໍ່ກັນ.
Photo: Megan Rapinoe