ສະຖິຕິໂລກ! F1 ບຣີທິສ ກຣັງປຣີ 2023 ມີຜູ້ຊົມຫລາຍສຸດ 480.000 ກວ່າຄົນ

ການແຂ່ງຂັນ ລົດສູດໜຶ່ງ ຟໍຣມູລ້າວັນ (F1) ສະໜາມທີ 10 ຂອງປີ 2023 ລາຍການ ບຣີທິສ ກຣັງປຣີ ທີ່ສະໜາມ ຊິວເວີສະໂຕນ, ປະເທດອັງກິດ ໃນທ້າຍອາທິດຜ່ານມາ, ມີຜູ້ຊົມຫລາຍສຸດໃນປະຫວັດສາດຂອງ F1 ເຖິງ 480.000 ກວ່າຄົນ, ມີບຸກຄົນທີ່ມີຊື່ສຽງໃນວົງການບັນເທີງ ແລະ ກິລາ ມາຮ່ວມຊົມ ແລະ ສ້າງສີສັນໃນການແຂ່ງຂັນຄັ້ງນີ້ ຢ່າງຟົດຟື້ນມ່ວນຊື່ນ.

ໂດຍແຊ້ມສະໜາມນີ້ແມ່ນ ແມັກ ເວີສະເຕັບເປິ້ນ ແຊ້ມເກົ່າ ຊາວໂຮນລັງ ຈາກທີມເຣດບລູ ເຣຊິ້ງ ຮອນດ້າ ອອກໂຕເປັນຄົນທຳອິດ ປະຄອງລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 1 ຊົ່ວໂມງ 25 ນາທີ 16.938 ວິນາທີ ເອົາຊະນະ ແລນໂດ ນໍຣຣິສ ຈາກເຈົ້າພາບ ທີມແມັກຄາເຣນ ເມີຊີເດັຊ 3.798 ວິນາທີ.

ເວີສະເຕັບເປິ້ນ ຄວ້າແຊ້ມ 6 ສະໜາມຕິດຕໍ່ກັນ ເປັນຄັ້ງທຳອິດໃນອາຊີບ ແລະ ເປັນແຊ້ມສະໜາມທີ 8 ຈາກ 10 ສະໜາມໃນປີນີ້ ພ້ອມກັນນີ້ ກໍພາສັງກັດ ເຣດບລູ ເຣຊິ້ງ ຮອນດ້າ ຄວ້າແຊ້ມ 11 ສະໜາມຕິດຕໍ່ກັນ ທຽບເທົ່າກັບສະຖິຕິ ທີມແມັກຄາເຣນ.

ຜ່ານໄປ 10 ສະໜາມ ຜູ້ນຳຄະແນນລວມນັກຂັບຍັງຄົງແມ່ນ ແຊ້ມເກົ່າ ເວີສະເຕັບເປິ້ນ ນຳໂດ່ງທີ່ 255 ຄະແນນ, ທີສອງ ເຊີຈີໂອ້ ເປເຣັຊ ເພື່ອນຮ່ວມທີມ ມີ 156 ຄະແນນ, ທີ 3 ເຟີນັນໂດ ອາລອນໂຊ້ ມີ 137 ຄະແນນ.

ສ່ວນທີມຜູ້ສ້າງ ທີມນຳແມ່ນ ທີມເຣດບລູ ເຣຊິ້ງ ຮອນດ້າ ມີ 411 ຄະແນນ, ຮອງລົງມາແມ່ນ ເມີຊີເດັຊ ມີ 203 ຄະແນນ ແລະ ແອັສຕັນ ມາຣຕິນ ອາຣາມໂຄ້ ເມີຊີເດັສ ມີ 181 ຄະແນນ.

ສະໜາມຕໍ່ໄປ ສະໜາມທີ 11 ລາຍການ ຮັງກາຣ້ຽນ ກຣັງປຣີ ທີ່ສະໜາມ ຮັງກາໂຣຣິ້ງ, ປະເທດຮົງກາຣີ້ ຈະແຂ່ງຂັນວັນທີ 21-23 ກໍລະກົດນີ້.

Photo: F1

Leave a Reply

Your email address will not be published. Required fields are marked *