ບັນຍາກາດການແຂ່ງຂັນລົດຈັກທາງລຽບ ຊິງແຊ້ມໂລກ ໂມໂຕຈີພີ ສະໜາມທີ 13 ປະຈຳປີ 2022 ລາຍການ ອັອສຕ້ຽນ ກຣັງປຣີ ທີ່ສະໜາມ Red Bull Ring, ປະເທດໂອຕຣິດ (ອັອສເຕຮຍ) ຟຣານເຊັສໂກ້ ແບັກໄນອາ ນັກຂັບຊາວອີຕາລີ ໄວ 25 ປີ ຈາກຄ້າຍດູຄາຕິ ໄດ້ແຊ້ມສະໜາມນີ້ເປັນຄັ້ງທຳອິດ 28 ຮອບ ເວລາ 42 ນາທີ 14.886 ວິນາທີ ເອົາຊະນະ ຟາບີໂອ ກົວຕາຣາໂຣ້ ແຊ້ມໂລກຄັ້ງຫລ້າສຸດຊາວຝຣັ່ງ ຈາກຄ້າຍຢາມາຮາ ພຽງ 0.492 ວິນາທີ, ທີ ແຈັກ ມິວເລີ ຊາວອົດສະຕຣາລີ ຈາກຄ້າຍດູຄາຕິ ຕາມຫລັງ 2.163 ວິນາທີ.
ແບັກໄນອາ ກາຍເປັນນັກກິລາຄົນທຳອິດໃນຮອບ 3 ປີ ໄດ້ແຊ້ມ ໂມໂຕຈີພີ 3 ສະໜາມຕິດຕໍ່ກັນ ຕໍ່ຈາກ ມາກ ມາຣເກັຊ ນັກຂັບຊາວແອັສປາຍ ແຊ້ມໂລກ 6 ສະໄໝ ທີ່ເຮັດໄດ້ໃນປີ 2019, ປີນີ້ ເປັນຜົນງານທີ່ດີສຸດຂອງ ແບັກໄນອາ ໃນສັງວຽນ ໂມໂຕຈີພີ ໄດ້ແຊ້ມ 5 ສະໜາມຈາກທັງໝົດ 13 ສະໜາມ ແຕ່ຄະແນນລວມຍັງເປັນຮອງ ຟາບີໂອ ກົວຕາຣາໂຣ້ ແຊ້ມເກົ່າ ໂດຍມີ 156 ຄະແນນ ຕາມຫລັງ ກົວຕາຣາໂຣ້ 44 ຄະແນນ.
ສະໜາມຕໍ່ໄປ ສະໜາມທີ 14 ລາຍການ San Marino and Rimini Riviera ກຣັງປຣີ ທີ່ສະໜາມ Misano World Circuit, ປະເທດຊານມາຣິໂນ້ ວັນທີ 2-4 ກັນຍານີ້ ເຊິ່ງ ແບັກໄນອາ ເປັນແຊ້ມເກົ່າໃນປີຜ່ານມາ.
Photo: MotoGP