ຄາຣໂລ ອັນເຊລັອດຕິ ຄູຝຶກຊາວອີຕາລີ ໄວ 63 ປີ ພາ ຣາຊາຊຸດຂາວ ຣຽວ ມາດຣິດ ແຊ້ມເກົ່າ ເປີດບ້ານເອົາຊະນະ ອາຣແບ ໄລຊິກ 2-0 ເຕະບານ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ກຸ່ມ F ນັດທີ 2 ໃນຄືນວັນທີ 14 ກັນຍາຜ່ານມາ. ໄດ້ປະຕູຈາກ ເຟເດຣິໂກ້ ບາວເບເດ້ ນາທີ 80′ ແລະ ມາຣໂກ້ ອາເຊັນຊີໂອ້ ນາທີ 90+1′.
ອັນເຊລັອດຕິ ຄຸມທີມຄວ້າໄຊເປັນນັດທີ 100 ໃນແຊ້ມປ້ຽນລີກ ຕາມຫລັງສະຖິຕິສູງສຸດຂອງ ເຊີ ອາເລັກ ເຟີກູສັນ ອະດີດຜູ້ຈັດການທີມ ແມນຢູ ພຽງ 2 ນັດ ແລະ ພາທີມຊະນະ 8 ນັດລວດ ໃນລະດູການນີ້ ໃນລີກ 5 ນັດ, ແຊ້ມປ້ຽນລີກ 2 ນັດ ແລະ ຢູຟ້າ ຊຸບເປີຄັບ 1 ນັດ. ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ຊັກຕ້າ ໂດເນັດ ສະເໝີກັບ ເຊວຕິກ 1-1. ຜ່ານໄປ 2 ນັດ ມາດຣິດ ມີ 6 ຄະແນນເຕັມ, ຊັກຕ້າ ມີ 4 ຄະແນນ, ເຊວຕິກ ມີ 1 ຄະແນນ ແລະ ໄລຊິກ ຍັງບໍ່ມີຄະແນນ, ນັດຕໍ່ໄປ ມາດຣິດ ພົບ ຊັກຕ້າ ແລະ ໄລຊິກ ພົບ ເຊວຕິກ ຈະແຂ່ງຂັນ ຄືນວັນທີ 5 ຕຸລາ 2022.
Photo: UEFA Champions League, Real Madrid C.F.