ແຊ້ມເກົ່າ ເອເລນ້າ ຣີບາກີນ້າ ເຂົ້າຮອບ 8 ຄົນສຸດທ້າຍ ເທັນນິສ ວິມເບີດັນ 2023

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.

ປະເພດຍິງດ່ຽວ ຮອບ 16 ຄົນສຸດທ້າຍ: ແຊ້ມເກົ່າ ເອເລນ້າ ຣີບາກີນ້າ ມື 3 ຂອງລາຍການ ຈາກຄາຊັກສະຖານ ເຂົ້າຮອບ 8 ຄົນສຸດທ້າຍ ພາຍຫລັງຊະນະ ບຣີທິສ ແຮັດແດດ ໄມອາ ມື 13 ຂອງລາຍການ ຈາກເບຣຊິນ ແບບບໍ່ຄົບເຊັດ, ເນື່ອງຈາກ ໄມອາ ມີອາການບາດເຈັບໃນເຊັດທີ 1 ຂະນະຕາມຫລັງ ຣີບາກີນ້າ 1-4 ເກມ.

ຮອບ 8 ຄົນສຸດທ້າຍ ຣີບາກີນ້າ ພົບກັບ ອອນ ຈາເບີ ມື 6 ຈາກຕູນີເຊຍ (ຕູນີຊີ້) ທີ່ເອົາຊະນະ ເປຕ້າ ຄີໂຕວ້າ ມື 9 ຈາກສາທາລະນະລັດເຊັກ 2-0 ເຊັດ: 6-0, 6-3.

Photo: Wimbledon

Leave a Reply

Your email address will not be published. Required fields are marked *