ອາວຄາຣາຊ ແຊງຊະນະ ແບຣັດຕີນີ້ 3-1 ເຊັດ! ເຂົ້າຮອບ 8 ຄົນສຸດທ້າຍ ເທັນນິສ ວິມເດີດັນ ຄັ້ງທຳອິດ!

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.

ປະເພດຊາຍດ່ຽວ ຮອບ 16 ຄົນສຸດທ້າຍ: ຄາຣລັອສ ອາວຄາຣາຊ ມື 1 ຂອງໂລກ ຈາກແອັສປາຍ ແຊງຊະນະ ມັດຕີໂອ້ ແບຣັດຕີນີ້ ຮອງແຊ້ມປີ 2021 ຈາກອີຕາລີ 3-1 ເຊັດ: 3-6, 6-3, 6-3 ແລະ 6-3 ອາວຄາຣາຊ ໄວ 20 ປີ ເຂົ້າຮອບ 8 ຄົນສຸດທ້າຍລາຍການນີ້ເປັນຄັ້ງທຳອິດ ໄປພົບກັບ ໂຮເກີ ຣູເນີ ມື 6 ຈາກດານມາກ ອາຍຸເທົ່າກັນ ທີ່ເຂົ້າຮອບ 8 ຄົນສຸດທ້າຍລາຍການນີ້ເປັນຄັ້ງທຳອິດເຊັ່ນກັນ ໂດຍ ໂຮເກີ ຣູເນີ ແຊງຊະນະ ຈີກໍ ດີມີຕັອຟ ມື 21 ຈາກບຸນກາຣີ 3-1 ເຊັດ.

Photo: Wimbledon

Leave a Reply

Your email address will not be published. Required fields are marked *