ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.
ປະເພດຊາຍດ່ຽວ ຮອບທີ 4 ຫລື 16 ຄົນສຸດທ້າຍ: ໂນວັກ ໂຢໂຄວິກ ແຊ້ມເກົ່າ ທັງເປັນແຊ້ມແກຣນສະແລມສູງສຸດ 23 ສະໄໝ ມື 2 ຂອງໂລກ ຈາກເຊີເບຍ (ແຊັກບີ້) ສືບຕໍ່ແຂ່ງຂັນເຊັດທີສາມກັບ ຮູເບີດ ເຮີຄັກຊ໌ ມື 17 ຈາກໂປແລນ (ໂປໂລຍ) ຫລັງຈາກມື້ຜ່ານມາແຂ່ງຈົບ 2 ເຊັດ ຈົນຮອດເວລາ 22: ໂມງ 35 ນາທີ ເຊິ່ງ ໂນວັກ ຂຶ້ນນຳ 2-0 ເຊັດ: 7-6(8-6) ທັງສອງເຊັດ, ການສືບຕໍ່ແຂ່ງຂັນເຊັດທີສາມ ກາຍເປັນ ເຮີຄັກຊ໌ ເອົາຊະນະໄດ້ 7-5, ແຕ່ເຊັດທີສີ່ ໂນວັກ ກັບມາຊະນະ 6-4 ເຮັດໃຫ້ ໂນວັກ ຊະນະ 3-1 ເຊັດ.
ໂນວັກ ຄວ້າໄຊຊະນະ 32 ນັດຕິດຕໍ່ກັນ ໃນແກຣນສະແລມ ວິມເບີດັນ ແລະ ຄວ້າໄຊນັດທີ 352 ລະດັບແກຣນສະແລມ ຮອບ 8 ຄົນສຸດທ້າຍ ໄປພົບກັບ ອັງເດຣ ຣູເບັຟ ມື 7 ຂອງລາຍການ ຈາກຣັດເຊຍ ທີ່ຊະນະ ອາເລັກຊານເດີ ບັບລິກ ມື 23 ຈາກຄາຊັກສະຖານ ແບບສຸດມັນ 3-2 ເຊັດ.
Photo: Wimbledon