PSG ເສີມທັບຄົນທີ 5 ລູກ້າ ແອັກນ໋ອງເດັຊ ແບັກຊ້າຍ ຈາກບາເຢິນ 45 ລ້ານເອີໂຣ

ປາຣີ ແຊັງແຊກແມັງ (PSG) ສະໂມສອນມະຫາເສດຖີໃນລີກສູງສຸດຝຣັ່ງ ໄດ້ນັກເຕະມາສີມທັບຄົນທີ 5 ກ່ອນເລີ່ມລະດູການໃໝ່ ຫລ້າສຸດແມ່ນ ລູກ້າ ແອັກນ໋ອງເດັຊ ແບັກຊ້າຍທີມຊາດຝຣັ່ງ ມາຈາກ ບາເຢິນ ມິວນິກ ດ້ວຍຄ່າໂຕ 45 ລ້ານເອີໂຣ ເຊັນສັນຍາ 5 ປີ.

ລູກ້າ ໄວ 27 ປີ ຢູ່ກັບ ເສືອໃຕ້ ມາແຕ່ປີ 2019 ລົງຫລິ້ນ 107 ນັດ ຍິງ 2 ປະຕູ 8 ແອັສຊິດ. ຊ່ວຍ ບາເຢິນ ໄດ້ແຊ້ມ ບຸນເດັສລີກ້າ 4 ສະໄໝຕິດຕໍ່ກັນ, ເດແອັຟເບ ໂພຄາວ ໜຶ່ງສະໄໝ, ຊຸບເປີຄັບ ເຢຍລະມັນ 2 ສະໄໝ, ຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ຢ່າງລະໜຶ່ງສະໄໝ.

ໃນນາມທີມຊາດຝຣັ່ງ ຕິດທີມຊຸດໃຫຍ່ມາແຕ່ປີ 2018 ຮັບໃຊ້ທີມ 33 ນັດ ຊ່ວຍທີມໄດ້ແຊ້ມໂລກ 2018 ຮອງແຊ້ມໂລກ 2022 ແລະ ໄດ້ແຊ້ມ ຢູຟ້າ ເນຊັ່ນລີກ ລະດູການ 2020–21.

ລູກ້າ ແອັກນ໋ອງເດັຊ ເປັນນັກເຕະຄົນທີ 5 ທີ່ເປແອັດເຊ ໄດ້ມາເສີມທັບກ່ອນເລີ່ມລະດູການໃໝ່ 2023-24 ຕໍ່ຈາກ ລີຄາງອິນ, ມາຣໂກ້ ອາເຊັນຊີໂອ້, ມິລານ ສະກີເນຍ ແລະ ມານູເອວ ອູກາເຕ້.

Photo: PSG

Leave a Reply

Your email address will not be published. Required fields are marked *