ມູຮາໝັດ ຕາກີ ອາວຈາຟາຣີ ກຳມະການຕັດສິນກິລາບານເຕະ ຊາວສິງກະໂປ ຖືກເລືອກໃຫ້ເປັນໜຶ່ງໃນເຈົ້າໜ້າທີ່ VAR ໃນການແຂ່ງຂັນເຕະບານຍິງ ຊິງແຊ້ມໂລກ 2023 (FIFA Women’s World Cup 2023) ທີ່ປະເທດອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ເປັນເຈົ້າພາບຮ່ວມກັນ ໃນລະຫວ່າງວັນທີ 20 ກໍລະກົດ – 20 ສິງຫາ 2023.
ມູຮາໝັດ ຕາກີ ອາວຈາຟາຣີ ກາຍເປັນກຳມະການຕັດສິນກິລາບານເຕະຄົນທຳອິດຂອງອາຊຽນ ໄດ້ຮ່ວມຕັດສິນທັງ ບານໂລກ ເພດຊາຍ ແລະ ເພດຍິງ.
Photo: ASEAN Football