4 ທີມສຸດທ້າຍ CONCACAF Gold Cup 2023

ການແຂ່ງຂັນເຕະບານ ລະດັບທີມຊາດ ຊິງແຊ້ມຂົງເຂດອາເມຣິກາເໜືອ, ອາເມຣິກາກາງ ແລະ ຄາຣິບບ້ຽນ ຫລື ຄອນຄາເຄັຟ ໂກລຄັບ 2023 (CONCACAF Gold Cup 2023) ທີ່ສະຫະລັດ ອາເມຣິກາ ແລະ ການາດ້າ ເປັນເຈົ້າພາບຮ່ວມກັນ ປັດຈຸບັນໄດ້ 4 ທີມສຸດທ້າຍແລ້ວຄື: ທີມຊາດສະຫະລັດ ອາເມຣິກາ ແຊ້ມເກົ່າ ພົບກັບ ປານາມາ, ຮອບ 8 ທີມ ອາເມຣິກາ ຊະນະດວນຈຸດໂທດ ທີມຊາດການາດ້າ 3-2 ເວລາປົກກະຕິສະເໝີກັນ 1-1 ຕໍ່ເວລາພິເສດສະເໝີກັນ 2-2 ຂະນະທີ່ ທີມຊາດປານາມາ ທີ່ເອົາຊະນະ ທີມຊາດກາຕ້າ ທີມຮັບເຊີນຈາກອາຊີ 4-0.

ອີກໜຶ່ງຄູ່ ເມັກຊິໂກ້ (ແມັກຊິກ) ຮອງແຊ້ມຄັ້ງຜ່ານມາ ທັງເປັນແຊ້ມສູງສຸດ 11 ສະໄໝ ພົບກັບ ຈາໄມກ້າ, ຮອບ 8 ທີມ ເມັກຊິໂກ້ ເອົາຊະນະ ຄັອສຕາຣິກ້າ ອາດີດແຊ້ມ 3 ສະໄໝ 2-0. ສ່ວນ ຈາໄມກ້າ ຊະນະ ກົວເຕມາລາ 1-0.

ຮອບ 4 ທີມສຸດທ້າຍ ຈະແຂ່ງຂັນເຊົ້າວັນທີ 13 ກໍລະກົດ 2023 ຄູ່ທີໜຶ່ງ ສະຫະລັດ ອາເມຣິກາ ແຊ້ມເກົ່າ ພົບກັບ ປານາມາ 6:30, ຄູ່ທີສອງ ເມັກຊິໂກ້ ພົບກັບ ຈາໄມກ້າ ເວລາ 9:00.

Photo: Gold Cup

Leave a Reply

Your email address will not be published. Required fields are marked *