3 ປະສານ MNM ເມັສຊີ້-ເນມາຣ-ເອັມບັບເປ້ ຊ່ວຍກັນຍິງ! ພາ PSG ບຸກຊະນະ ໄຮຟາ 3-1 ມີໄຊ 2 ນັດລວດໃນ ແຊ້ມປ້ຽນລີກ

3 ປະສານ MNM ເມັສຊີ້-ເນມາຣ-ເອັມບັບເປ້ ຊ່ວຍກັນຍິງຜູ້ລະປະຕູ ພາ ປາຣີ ແຊັງແຊກແມັງ (PSG) ບຸກຊະນະ ແມັກຄາບີ້ ໄຮຟາ ທີມຈາກອິສຣາແອນ 3-1 ເຕະບານ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ກຸ່ມ H ນັດທີ 2 ໃນຄືນວັນທີ 14 ກັນຍາຜ່ານມາ, PSG ຖືກເຈົ້າບ້ານຍິງນຳກ່ອນຈາກ ທາຣ້ອນ ເຊຣີ້ ນາທີ 24′ ແຕ່ ຍິງແຊງສາມປະຕູຈາກ ລີໂອເນວ ເມັສຊີ້ ນາທີ 37′, ຄີລຽນ ເອັມບັບເປ້ ນາທີ 69′ ແລະ ເນມາຣ ນາທີ 88′.

PSG ຄວ້າໄຊ 2 ນັດລວດໃນ ແຊ້ມປ້ຽນລີກ ລະດູການນີ້, ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ຢູເວັນຕຸສ ເສຍໃຫ້ ເບັນຟີກ້າ 1-2. ຜ່ານໄປ 2 ນັດ PSG ແລະ ເບັນຟີກ້າ ມີ 6 ຄະແນນເຕັມ, ຢູເວ່ ແລະ ແມັກຄາບີ້ ໄຮຟາ ຍັງບໍ່ມີຄະແນນ, ນັດຕໍ່ໄປ ເບັນຟີກ້າ ພົບ PSG ແລະ ຢູເວັນຕຸສ ພົບ ແມັກຄາບີ້ ໄຮຟາ ຈະແຂ່ງຂັນ ຄືນວັນທີ 5 ຕຸລາທີ່ຈະມາເຖິງນີ້.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *