ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 21 ປີ ຊິງແຊ້ມເອີຣົບ 2023 ທີ່ປະເທດຣູມານີ້ ແລະ ຊັອກຊີ້ ເປັນເຈົ້າພາບຮ່ວມກັນ, ຮອບຊິງຊະນະເລີດໃນທ້າຍອາທິດຜ່ານມາ, U21 ທີມຊາດອັງກິດ ເອົາຊະນະ U21 ທີມຊາດສະເປນ (ແອັສປາຍ) ແບບຫວຸດວິດ 1-0 ຈາກປະຕູໄຊຈາກ ເຄີຕິສ ໂຈນ ກອງກາງຈາກ ລີເວີພູລ ນາທີ 45’+4.
ອັງກິດ ຄວ້າແຊ້ມເຕະບານຊາຍ U21 ປີ ຊິງແຊ້ມເອີຣົບ ເປັນສະໄໝທີ 3 ໃນຮອບ 39 ປີ ຕໍ່ຈາກປີ 1982, 1984. ຂະນະທີ່ U21 ທີມຊາດສະເປນ (ແອັສປາຍ) ຍັງຄອງແຊ້ມສູງສຸດທີ່ 5 ສະໄໝ ຈາກການເຂົ້າຊິງເປັນຄັ້ງທີ 9.
ອີກໜຶ່ງສະຖິຕິທີ່ໜ້າສົນໃຈຂອງ U21 ທີມຊາດອັງກິດ ສ້າງປະຫວັດສາດເປັນທີມທຳອິດຄວ້າແຊ້ມລາຍການນີ້ ແບບບໍ່ເສຍປະຕູມາຕັ້ງແຕ່ຮອບແບ່ງກຸ່ມ ຊະນະ 6 ນັດລວດ. ຊະນະ ສາທາລະນະລັດເຊັກ 2-0 ຊະນະ ອິດສະຣາເອວ (ອິດສະຣາແອນ) 2-0 ຊະນະ ເຢຍລະມັນ 2-0 ຊະນະ ໂປຕູເກດ (ປັອກຕຸຍການ) 1-0 ໃນຮອບ 8 ທີມ ຊະນະ ອິດສະຣາເອວ (ອິດສະຣາແອນ) 2-0 ຮອບ 4 ທີມສຸດທ້າຍ ແລະ ຊະນະ ກະທິງນ້ອຍ ທີມຊາດສະເປນ (ແອັສປາຍ) 1-0 ຮອບຊິງຊະນະເລີດ, ອັງກິດ ຢຸດສະຖິຕິບໍ່ເສຍຕໍ່ເນື່ອງ 19 ນັດຕິດຕໍ່ກັນຂອງ U21 ສະເປນ.
ແອນໂທນີ້ ກໍຣດອນ ປີກ ແລະ ສູນໜ້າຈາກ ສາລິກາດົງ ນິວຄາສເຊິນ ຢູໄນເຕັດ ໄດ້ລາງວັນນັກເຕະດີເດັ່ນ, ຂະນະທີ່ ເຄີຕິສ ໂຈນ ກອງກາງຈາກ ຫົງແດງ ລີເວີພູລ ໄດ້ລາງວັນ Man of the Match ຮອບຊິງຊະນະເລີດ ຫລັງຍິງປະຕູໄຊຊ່ວຍສິງນ້ອຍ ພິຊິດໄຊເໜືອ ກະທິງນ້ອຍ.
ສ່ວນ ເຈມສ໌ ແທັຟຟອດ ຜູ້ຮັກສາປະຕູຈາກ ແມນຊິຕີ້ ເຖິງວ່າບໍ່ມີລາງວັນຜູ້ຮັກສາປະຕູດີເດັ່ນ ແຕ່ຮັກສາຄລີນຊີດ ບໍ່ເສຍປະຕູທຸກນັດໃນຄັ້ງນີ້ຢ່າງປະທັບໃຈແຟນບານ.
Photo: UEFA Under-21 Championship