ການແຂ່ງຂັນບານສົ່ງໃນຮົ່ມຊາຍລະດັບໂລກ ລາຍການ ເນຊັ່ນລີກ ປະຈຳປີ 2023 ສຳເລັດການແຂ່ງຂັນຮອບຄັດເລືອກ ອາທິດທີ 3 ອາທິດສຸດທ້າຍ ໃນທ້າຍອາທິດຜ່ານມາ, 16 ທີມ ແຂ່ງຄົບ 12 ນັດ ແລ້ວຄັດເອົາທີ 1-8 ເຂົ້າສູ່ຮອບສຸດທ້າຍ ປະກອບມີ: ສະຫະລັດ ອາເມຣິກາ, ຍີ່ປຸ່ນ ແລະ ໂປແລນ (ໂປໂລຍ) ເປັນ 3 ທີມທີ່ຜົນງານດີກວ່າໜູ່ ແຂ່ງ 12 ນັດ ຊະນະ 10 ເສຍ 2, ຮອງລົງມາແມ່ນ ອີຕາລີ, ອາກຊັງຕິນ ຊະນະ 9 ເສຍ 3, ເບຣຊິນ, ສະໂລເວນີ້ ຊະນະ 8 ເສຍ 4 ແລະ ຝຣັ່ງ ແຊ້ມເກົ່າ ຊະນະ 6 ເສຍ 6.
ການຈັບຄູ່ແຂ່ງຂັນໃນຮອບ 8 ທີມສຸດທ້າຍ: ສະຫະລັດ ອາເມຣິກາ ຮອງແຊ້ມຄັ້ງຜ່ານມາ ພົບ ຝຣັ່ງ ແຊ້ມເກົ່າ, ອີຕາລີ ພົບ ອາກຊັງຕິນ, ຈະແຂ່ງຂັນວັນທີ 19 ກໍລະກົດນີ້, ຍີ່ປຸ່ນ ພົບກັບ ສະໂລເວນີ້ ແລະ ໂປໂລຍ ພົບ ເບຮຊິນ ຈະແຂ່ງຂັນວັນທີ 20 ກໍລະກົດນີ້, ຮອບ 8 ທີມສຸດທ້າຍ ແຂ່ງທີ່ສະໜາມເອີໂກ້ ອາຣີນ້າ ປະເທດໂປໂລຍ.
Photo: Volleyball World