ຂະບວນຂີ່ລົດຖີບເພື່ອເສີມສຸຂະພາບຄັ້ງນີ້ ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍການຮ່ວມມືກັນລະຫວ່າງ ສະມາຄົມນັກທຸລະກິດຮ້ານອາຫານລາວ ແລະ ບໍລິສັດ ເບຍລາວ ຈຳກັດ ທັງນີ້ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ແລະ ຕ້ອນຮັບວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ ພ້ອມກັນນີ້ ກໍປຸກລະດົມການອອກກຳລັງກາຍເພື່ອສຸຂະພາບ, ສົ່ງເສີມການທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນຂະບວນການຟົດຟຶ້ນ.
ຂະບວນຂີ່ລົດຖີບດັ່ງກ່າວ ເລີ່ມຈາກສວນປະຕູໄຊ ໄປຕາມຖະໜົນ 23 ສິງຫາ ມຸ່ງໜ້າສູ່ເດີ່ນພະທາດຫຼວງ ແລ້ວລ້ຽວຂວາຫາວົງວຽນ 450 ປີ ສືບຕໍ່ໄປຕາມຖະໜົນ ໄກສອນ ພົມວິຫານ ໄປຫາສີ່ແຍກໄຟແດງດົງໂດກ ຈາກນັ້ນລ້ຽວຂວາເຂົ້າທາງເສັ້ນທາງ 450 ປີ ໄປຫາໄຟແດງນາຄວາຍ ລ້ຽວຂວາໄປຕາມເສັ້ນທາງນາຄວາຍ, ໂນນຫວາຍດ ຄໍາສະຫວດ ແລ້ວລ້ຽວເຂົ້າສູ່ສວນສາທາລະນະບຶງທາດຫຼວງ ລວມໄລຍະທາງ 30 ກິໂລແມັດ.
ເຂົ້າຮ່ວມຂະບວນຂີ່ລົດຖີບຄັ້ງນີ້ ມີທ່ານ ພໍລ ບາດທໍແມ້ນ ຜູ້ອໍານວຍການຝ່າຍຂາຍບໍລິສັດ ເບຍລາວ ຈຳກັດ ທ່ານ ອູ່ຊ້າງ ແສງທອງ ຜູ້ອໍານວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານຫານລາວ ພ້ອມດ້ວຍຄະນະ ສະມາຊິກ ບັນດາລູກຄ້າ ຄູ່ຮ່ວມທຸລະກິດ ສະມາຄົມລົດຖີບໃນນະຄອນຫຼວງວຽງຈັນ ແລະ ແຂວງໃກ້ຄຽງ ເຂົ້າຮ່ວມຢ່າງຟົດຟື້ນ.