U19 ທີມຍິງ ທີມຊາດລາວ ສົ່ງທ້າຍ ຊີງແຊ້ມອາຊຽນ 2023 ຊະນະ ຕີມໍເລັສເຕ້ 5-0

ບານເຕະທີມຍິງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ສົ່ງທ້າຍ ຊີງແຊ້ມອາຊຽນ 2023 ດ້ວຍການຊະນະ ຕີມໍເລັສເຕ້ 5-0. ທີມຊາດລາວ ໄດ້ປະຕູຈາກ: ດາຫລິງ ມະນີວັນ ນາທີ 11′, ສິນລະຄອນ ບຸນນາລີ ນາທີ 21′ , ໃຈຄຳ ໄຊຍະປະເສີດ ນາທີ 31′, 89′ ແລະ ແກ້ມມີ ອຸດົມສຸກ ນາທີ 66′.

ທີມຊາດລາວ ລົງສະໜາມ 3 ນັດ ຊະນະ 1 ເສຍ 2 ນັດ ມີ 3 ຄະແນນ ເປັນອັນດັບ 3 ຂອງກຸ່ມ A ຕົກຮອບແບ່ງກຸ່ມ, ຂະນະທີ່ ອິນໂດເນເຊຍ ເຈົ້າພາບ ເອົາຊະນະ ກຳປູເຈຍ 5-0 ເຈົ້າພາບ ຊະນະ 3 ນັດລວດ ເຂົ້າຮອບ 4 ທີມສຸດທ້າຍ, ສ່ວນ ກຳປູເຈຍ ມີ 6 ຄະແນນ ລຸ້ນເຂົ້າຮອບໃນຖານະອັນດັບ 2 ດີສຸດ 1 ທີມຈາກ 3 ກຸ່ມ, ລໍຖ້າຜົນນັດສຸດທ້າຍຂອງກຸ່ມ B ແລະ C ໃນວັນທີ 10 ກໍລະກົດ 2023.

ນີ້ເປັນຄັ້ງທຳອິດທີ່ U19 ທີມຍິງ ທີມຊາດລາວ ເຂົ້າຮ່ວມ ການແຂ່ງຂັນເຕະບານຍິງ U19 ປີ ຊີງແຊ້ມອາຊຽນ.

Photo: Lao FF

Leave a Reply

Your email address will not be published. Required fields are marked *