ລົດຖີບທາງໄກ ຕູເດີຟຣອງ 2023 ສະໜາມທີ 9 ໄດ້ແຊ້ມໜ້າໃໝ່! ສ່ວນ ແຊ້ມເກົ່າ ຍັງຄອງເສື້ອເຫລືອງ

ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 9 ເເສັ້ນທາງຈາກເມືອງ ແຊັງ ເລໂອນ໊າດ ເດີ ໂນບັດ ຫາເມືອງ ປຸຍເດີໂດເມ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 182.5 ກິໂລແມັດ.
ປະກົດວ່າ: ໄດ້ແຊ້ມໜ້າໃໝ່ ໄມເຄິນ ວູດ ນັກກິລາຊາວການາດ້າ ໄວ 36 ປີ ຈາກທີມ ອິດສະຣາເອວ ພຣີເມ່ຍເທັກ ເວລາ 4 ຊົ່ວໂມງ 19 ນາທີ 41 ວິນາທີ ເອົາຊະນະ ປີແອ ລາຕູ ຊາວຝຣັ່ງ ຈາກທີມ ໂທໂທ້ ແອເນີຈີ້ 28 ວິນາທີ. ຄວ້າແຊ້ມ ຕູເດີຟຣອງ ສະນາມທຳອິດໃນອາຊີບ.
ຜ່ານໄປ 9 ສະໜາມ ຜູ້ນຳເວລາລວມ ຄອງເສື້ອເຫລືອງຍັງແມ່ນແຊ້ມເກົ່າ ໂຢນັສ ວິນເກກ໊າດ ຊາວເດັນມາກ ເວລາລວມ 38 ຊົ່ວໂມງ 37 ນາທີ 46 ວິນາທີ, ນຳອັນດັບສອງ ທາເດ່ ໂປກາຊ້າ ຊາວສະໂລເວນີ້ 17 ວິນາທີ.
ສະໜາມຕໍ່ໄປ ສະໜາມທີ 10 ຈະແຂ່ງຂັນໃນວັນທີ 11 ກໍລະກົດນີ້ ເສັ້ນທາງຈາກເມືອງ ວູຄາເນຍ ຫາເມືອງ ອິສຊອຍເຣ່ ປະເທດຝຣັ່ງ ເປັນເສັ້ນທາງພູສູງປານກາງ ໄລຍະທາງ 167.5 ກິໂລແມັດ.
Photo: Le Tour de France

Leave a Reply

Your email address will not be published. Required fields are marked *