ໂນວັກ ແຊ້ມເກົ່າ ນຳ ເຮີຄັກຊ໌ 2-0 ເຊັດ! ຮອບ 16 ຄົນສຸດທ້າຍ ເທັນນິສ ວິມເບີດັນ 2023

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.

ປະເພດຊາຍດ່ຽວ ຮອບທີ 4 ຫລື 16 ຄົນສຸດທ້າຍ: ໂນວັກ ໂຢໂຄວິກ ແຊ້ມເກົ່າ ທັງເປັນແຊ້ມແກຣນສະແລມສູງສຸດ 23 ສະໄໝ ມື 2 ຂອງໂລກ ຈາກເຊີເບຍ (ແຊັກບີ້) ຂຶ້ນນຳ ຮູເບີດ ເຮີຄັກຊ໌ ມື 17 ຈາກໂປແລນ (ໂປໂລຍ) 2-0 ເຊັດ: 7-6(8-6) ທັງສອງເຊັດ ຈາກນັ້ນ ຜູ້ຄວມຄຸມການແຂ່ງຂັນຕັດສິນໃຈໃຫ້ເລື່ອນໄປແຂ່ງຂັນໃນມື້ຕໍ່ໄປ ເນື່ອງຈາກເວລາແກ່ຍາວເດິກໄປຮອດ 22:35 ນາທີ.

ຄູ່ນີ້ ຜູ້ຊະນະ ຮອບ 8 ຄົນສຸດທ້າຍ ຈະໄປພົບກັບ ອັງເດຣ ຣູເບັຟ ມື 7 ຂອງລາຍການ ຈາກຣັດເຊຍ ທີ່ຊະນະ ອາເລັກຊານເດີ ບັບລິກ ມື 23 ຈາກຄາຊັກສະຖານ ແບບສຸດມັນ 3-2 ເຊັດ. ຂະນະທີ່ ຢານນິກ ຊິນເນີ ມື 8 ຈາກອີຕາລີ ກໍຜ່ານໄດ້.

Photo: Wimbledon

Leave a Reply

Your email address will not be published. Required fields are marked *