ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.
ປະເພດຍິງດ່ຽວ ຮອບທີ 4 ຫລື 16 ຄົນສຸດທ້າຍ: ອີກ້າ ສະເວຍເຕັກ ມື 1 ຂອງໂລກ ຈາກໂປແລນ (ໂປໂລຍ) ຜົນງານດີຕໍ່ເນື່ອງ ແຊງຊະນະ ເບລິນດ້າ ເບັນຊິກ ມື 14 ຂອງລາຍການ ເຈົ້າຂອງຫລຽນຄຳ ໂອແລມປິກ 2020 ຈາກສະວິດເຊີແລນ 2-1 ເຊັດ: 6-7(4-7), 7-6(7-2) ແລະ 6-3 ຮອບ 8 ຄົນສຸດທ້າຍ ໄປພົບກັບ ເອລີນ້າ ສະວິດໂຕລີນ້າ ມື 39 ຂອງໂລກ ຈາກຢູເຄຣນ (ອູແກຣນ) ທີ່ພິກລັອກເອົາຊະນະ ວິກຕໍເຣຍ ອາຊາເຣັນກ້າ ມື 19 ຈາກເບລາຣຸສ 2-1 ເຊັດ: 2-6, 6-4, 7-6(11-9).
ຂະນະທີ່ ເຈັສຊີກ້າ ເປກູລ້າ ມື 4 ຈາກອາເມຣິກາ ກໍຜ່ານໄດ້.
Photo: Wimbledon