FA ຈະມອບເງິນລາງວັນໃຫ້ນັກກິລາເຕະບານຍິງທີມຊາດອັງກິດ ຜູ້ລະ 211,000 ປອນ ຫາກຄອງແຊ້ມໂລກ 2023

ສະມາຄົມບານເຕະອັງກິດ ຫລື FA ປະກາດຈະມອບເງິນລາງວັນໃຫ້ນັກກິລາເຕະບານຍິງທີມຊາດອັງກິດ ຜູ້ລະ 211,000 ປອນ ຫລື ປະມານ 5 ຕື້ກວ່າກີບ ຫາກຄວ້າແຊ້ມໂລກ 2023 ຫລື ຖ້າຜ່ານຮອບແບ່ງກຸ່ມ ຈະໄດ້ຮັບຜູ້ລະ 23,500 ປອນ.

ເຕະບານຍິງ ຊິງແຊ້ມໂລກ 2023 ປະເທດອົດສະຕຣາລີ ແລະ ນູແວນເຊລັງ ຮ່ວມກັນເປັນເຈົ້າພາບ ຈະແຂ່ງຂັນໃນລະຫວ່າງວັນທີ 20 ກໍລະກົດ – 20 ສິງຫານີ້. ທີມຊາດອັງກິດ ຢູ່ກຸ່ມ D ຮ່ວມກັບ: ໄຮຕິ ນ້ອງໃໝ່, ເດັນມາກ (ດານມາກ) ແລະ ສປ ຈີນ.

ຮູບແບບການແຂ່ງຂັນພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ. ທີມຍິງ ທີມຊາດອັງກິດ ເຂົ້າຮ່ວມບານໂລກຮອບສຸດທ້າຍເປັນຄັ້ງທີ 6 ແລະ ເປັນຄັ້ງທີ 5 ຕິດຕໍ່ກັນ, ຜົນງານດີສຸດໄດ້ອັນດັບ 3 ປີ 2015 ທີ່ການາດ້າ, ສ່ວນຄັ້ງຫລັງສຸດ 2019 ທີ່ຝຣັ່ງ ໄດ້ອັນດັບທີ 4.

Photo: England Football Team

Leave a Reply

Your email address will not be published. Required fields are marked *