ສຳຫລວດເງິນລາງວັນເທັນນິສແກຣນສະແລມທີສອງຂອງປີ ເຟັນ ໂອເພັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.
ປີນີ້ ຊິງເງິນລາງວັນລວມສູງສຸດໃນປະຫວັດສາດ 44 ລ້ານ 7 ແສນປອນ, ຫລາຍກວ່າປີຜ່ານມາ 4 ລ້ານ 350,000 ປອນ ຫລື ເພີ່ມຂຶ້ນ 10.78% ໂດຍແຊ້ມປະເພດຍິງດ່ຽວ ແລະ ຊາຍດ່ຽວ ຈະໄດ້ຮັບເທົ່າກັນ 2 ລ້ານ 350,000 ປອນ ເພີ່ມຂຶ້ນຫລາຍກວ່າປີຜ່ານມາ 350,000 ປອນ ຫລື ປະມານ 57 ຕື້ກວ່າກີບ, ຮອງແຊ້ມຈະໄດ້ຮັບ 1 ລ້ານ 175,000 ປອນ, ເຂົ້າຮອບຮອງຊະນະເລີດ ຈະໄດ້ຮັບ 6 ແສນປອນ, ເຂົ້າຮອບ 8 ຄົນສຸດທ້າຍ ໄດ້ຮັບ 340,000 ປອນ, ເຂົ້າຮອບ 16 ຄົນສຸດທ້າຍ ໄດ້ຮັບ 207,000 ປອນ, ເຂົ້າຮອບ 32 ຄົນສຸດທ້າຍ ໄດ້ຮັບ 131,000 ປອນ, ເຂົ້າຮອບສອງ ໄດ້ຮັບ 85,000 ປອນ ແລະ ຕົກຮອບທຳອິດໄດ້ຮັບ 55,000 ປອນ.
ສ່ວນການຄັດເລືອກທັງ 3 ຮອບ ກໍມີເງິນລາງວັນໃຫ້ ຕົກຮອບຄັດເລືອກຮອບທີໜຶ່ງ ໄດ້ຮັບ 12,750 ປອນ, ຕົກຮອບຄັດເລືອກຮອບສອງ ໄດ້ຮັບ 21,750 ປອນ ແລະ ຕົກຮອບຄັດເລືອກຮອບສາມ ໄດ້ຮັບ 36,000 ປອນ.
ປະເພດຄູ່, ຄູ່ຍິງ, ຄູ່ຊາຍ ໄດ້ເງິນລາງວັນເທົ່າກັນ, ແຊ້ມຈະໄດ້ຮັບ 600,000 ປອນ, ຮອງແຊ້ມ 300,000 ປອນ, ເຂົ້າຮອບຮອງຊະນະເລີດ ໄດ້ຮັບ 150,000 ປອນ, ເຂົ້າຮອບ 8 ຄູ່ສຸດທ້າຍ ໄດ້ຮັບ 75,000 ປອນ, ເຂົ້າຮອບ 16 ຄົນສຸດທ້າຍ ໄດ້ຮັບ 36,250 ປອນ, ຕົກຮອບ 32 ຄູ່ສຸດທ້າຍ ໄດ້ຮັບ 22,000 ປອນ ແລະ ຕົກຮອບທຳອິດ ໄດ້ຮັບ 13,750 ປອນ.
ສ່ວນ ຄູ່ປະສົມ ແຊ້ມຈະໄດ້ຮັບ 128,000 ປອນ, ຮອງແຊ້ມ 64,000 ປອນ, ຂະນະທີ່ ປະເພດວິວແຊ ຄົນພິການ ຍິງດ່ຽວ, ຊາຍດ່ຽວ ແຊ້ມໄດ້ເທົ່າກັນ 60,000 ປອນ, ຮອງແຊ້ມ 31,000 ປອນ.
Photo: ROLAND-GARROS