ປະທານສະຫະພັນບານເຕະເບຣຊິນ ຢືນຢັນ ອັນເຊລັອດຕິ ຈະມາຄຸມທີມຊາດເບຣຊິນ ໃນປີ 2024

ປະທານສະຫະພັນບານເຕະເບຣຊິນ ທ່ານ ເອັດນາວໂດ້ ໂຣດຣີເກັຊ ຢືນຢັນວ່າ: ຄາຣໂລ ອັນເຊລັອດຕິ ຄູຝຶກປະສົບການສູງຊາວອີຕາລີຂອງສະໂມສອນ ຣຽວ ມາດຣິດ ຕອບຕົກລົງຈະມາຄຸມທີມຊາດເບຣຊິນ ໃນປີ 2024 ຫລັງສິ້ນສຸດພາລະກິດກັບ ຣາຊາຊຸດຂາວ ໃນລະດູການ 2023-24.

ອັນເຊລັອດຕິ ໄວ 64 ປີ ຈະຊ່ວຍທີມໃຫ້ທັນລຸຍ ໂຄປ້າ ອາເມຣິກາ ໃນເດືອນມິຖຸນາ ປີ 2024 ທີ່ສະຫະລັດ ອາເມຣິກາ ຈະເປັນເຈົ້າພາບ. ອັນເຊລັອດຕິ ຈະກາຍເປັນຄູຝຶກຕ່າງຊາດຄົນທຳອິດໃນຮອບ 52 ປີ ຂອງທັບແຊມບ້າ.

ຂະນະນີ້ ທີມຊາດເບຣຊິນ ຄຸມທີມໂດຍ ເຟີນັນໂດ ດີນິສ ຄູຝຶກຂອງສະໂມສອນ ຟູມີເນັນເຊ້ ມາຊ່ວຍຊົ່ວຄາວ ຈົນກວ່າຈະແຕ່ງຕັ້ງຄູຝຶກໃໝ່ ໂດຍມາແທນ ຕີເຕ້ ທີ່ຖືກປົດອອກຈາກຕຳແໜ່ງ ຫລັງພາທີມຕົກຮອບ 8 ທີມສຸດທ້າຍ ບານໂລກ 2022.

ນີ້ຈະເປັນການຄຸມທີມຊາດເຕັມໂຕຄັ້ງທຳອິດຂອງ ອັນເຊລັອດຕິ ພາຍຫລັງກ່ອນໜ້ານີ້ ເຄີຍເປັນຜູ້ຊ່ວຍຄຸມທີມຊາດອີຕາລີ ຕອນເລີ່ມອາຊີບຄູຝຶກ ໃນລະຫວ່າງປີ 1992–1995 ຜົນງານຂອງ ອັນເຊລັອດຕິ ໃນການຄຸມລະດັບສະໂມສອນຫລວງຫລາຍ, ໂດຍສະເພາະ ຢູເວັນຕຸສ, ເອຊີ ມິລານ, ເຊວຊີ, ປາຣີ ແຊັງແຊກແມັງ, ບາເຢິນ ມິວນິກ ແລະ ຣຽວ ມາດຣິດ.

 

Leave a Reply

Your email address will not be published. Required fields are marked *