ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 6 ເສັ້ນທາງຈາກເມືອງ ຕາເບ່ ຫາເມືອງ ຄໍເຕເຣ່ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 145 ກິໂລແມັດ.
ປະກົດວ່າ: ແຊ້ມສະໜາມນີ້ເປັນຂອງ ທາເດ່ ໂປກາຊ້າ ນັກກິລາຊາວສະໂລເວນີ້ ໄວ 24 ປີ ຈາກທີມ ຢູເອອີ ເອມີເຣດ ເວລາ 3 ຊົ່ວໂມງ 54 ນາທີ 27 ວິນາທີ ເອົາຊະນະ ໂຢນັສ ວິນເກກ໊າດ ແຊ້ມເກົ່າ ຊາວເດັນມາກ ຈາກທີມ ຈຳໂບ້ ວິສມ້າ 24 ວິນາທີ.
ວິນເກກ໊າດ ແຊງຂຶ້ນມາຄອງເສື້ອເຫລືອງ ຜູ້ນຳເວລາລວມຜ່ານໄປ 6 ສະໜາມ ເວລາລວມ 26 ຊົ່ວໂມງ 10 ນາທີ 44 ວິນາທີ, ນຳອັນດັບສອງ ທາເດ່ ໂປກາຊ້າ 25 ວິນາທີ.
ສະໜາມຕໍ່ໄປ ສະໜາມທີ 7 ຈະແຂ່ງຂັນໃນວັນທີ 6 ກໍລະກົດນີ້ ເສັ້ນທາງຈາກເມືອງ ມ໋ອງເດີມາຊານ ຫາເມືອງ ບ໋ອກໂດ ປະເທດຝຣັ່ງ ເປັນເສັ້ນທາງລຽບ ໄລຍະທາງ 170 ກິໂລແມັດ.
Photo: Le Tour de France