ອາເຈນຕິນ້າ, ເບຣຊິນ ແລະ ສະໂລເວເນຍ ຕາມຫລັງ ຍີ່ປຸ່ນ ແລະ ອາເມຣິກາ ເຂົ້າຮອບ 8 ສຸດທ້າຍ ບານສົ່ງໃນຮົ່ມ ເນຊັ່ນລີກ 2023

ທີມຊາດອາເຈນຕິນ້າ (ອາກຊັງຕິນ), ເບຣຊິນ ແລະ ສະໂລເວເນຍ (ສະໂລເວນີ້) ຕາມຫລັງ ຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ເຂົ້າຮອບ 8 ສຸດທ້າຍ ບານສົ່ງໃນຮົ່ມຊາຍລະດັບໂລກ ລາຍການ ເນຊັ່ນລີກ 2023.

ການຄັດເລືອກອາທິດທີ 3 ອາທິດສຸດທ້າຍ ແຂ່ງຂັນທີ່ເມືອງອານາເຮມ ສະຫະລັດ ອາເມຣິກາ ແລະ ເມືອງປາເຊ່ ປະເທດຟີລິບປິນ. ສະຫລຸບຕາຕະລາງອັນດັບປັດຈຸບັນ ຍີ່ປຸ່ນ ເປັນທີມນຳ ຊະນະ 9 ນັດລວດ, ສະຫະລັດ ອາເມຣິກາ ຊະນະ 8 ເສຍ 1, ອາເຈນຕິນ້າ (ອາກຊັງຕິນ), ບຣາຊິວ (ເບຣຊິນ) ແລະ ສະໂລເວເນຍ (ສະໂລເວນີ້) ຊະນະ 7 ເສຍ 3 ທັງ 5 ທີມ ເຂົ້າຮອບ 8 ທີມສຸດທ້າຍແນ່ນອນແລ້ວ. ຂະນະທີ່ ອີຕາລີ ກໍຊະນະ 7 ເສຍ 3 ແຕ່ເຊັດໄດ້ ເຊັດເສຍ ຍັງເປີດໂອກາດໃຫ້ຜູ້ຕາມໄລ່ທັນ ຢ່າງໃດກໍຕາມ ໂອກາດເຂົ້າຮອບຍັງສູງ, ສ່ວນ ໂປແລນ (ໂປໂລຍ) ຊະນະ 7 ເສຍ 2, ເນເທີແລນ (ໂຮນລັງ), ເຊີເບຍ (ແຊັກບີ້) ຊະນະ 5 ເສຍ 5, ຝຣັ່ງ ແຊ້ມເກົ່າ ຊະນະ 4 ເສຍ 5 ຈຳນວນນີ້ ຍັງມີລຸ້ນເຂົ້າຮອບໃນນັດທີ່ເຫລືອ.

ສ່ວນທີມທີ່ຕົກຮອບແນ່ນອນແລ້ວ ປະກອບມີ: ອີຣານ ຊະນະ 2 ເສຍ 7, ຈີນ, ຄິວບາ (ກູບ້າ), ແຄນນາດາ (ການາດ້າ), ເຢຍລະມັນ ຊະນະ 2 ເສຍ 8 ແລະ ເບົາເກເຣຍ (ບຸນກາຣີ້) ຊະນະ 1 ເສຍ 8.

Photo: Volleyball World

Leave a Reply

Your email address will not be published. Required fields are marked *