ແຊ້ມເກົ່າ ຣີບາກີນ້າ ຊະນະ 2 ເຊັດລວດ! ເຂົ້າຮອບ 3 ເທັນນິສ ວິມເບີດັນ 2023

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.

ປະເພດຍິງດ່ຽວ ຮອບທີສອງ: ເອເລນ້າ ຣີບາກີນ້າ ແຊ້ມເກົ່າ ມື 3 ຂອງລາຍການ ຈາກຄາຊັກສະຖານ ເອົາຊະນະ ອາລີເຊ່ ຄໍເນ່ ຈາກຝຣັ່ງ ອັນດັບ 74 ຂອງໂລກ 2-0 ເຊັດ: 6-2 ແລະ 7-6(7/2) ຮອບ 3 ໄປພົບກັບ ຄາທີ່ ບູເທີ ມືວາຍຄ໊າດຈາກເຈົ້າພາບ ອັນດັບ 89 ຂອງໂລກ.

ຂະນະທີ່ ຄາໂຣລາຍ ກາເຊຍ ມື 5 ຈາກຝຣັ່ງ ກໍຜ່ານໄດ້.

Photo: Wimbledon, WTA

Leave a Reply

Your email address will not be published. Required fields are marked *