ເຊຊ້າ ອັຊປີລີກົວຕ້າ ກອງຫລັງຊາວສະເປນ (ແອັສປາຍ) ພາຍຫລັງໝົດສັນຍາກັບ ເຊວຊີ ຫລັງຈົບລະດູການຜ່ານມາ, ເລືອກກັບໄປບ້ານເກີດຮ່ວມທັບ ແອັດເລຕິໂກ້ ມາດຣິດ ທີມຊັ້ນນຳໃນສັງວຽນລາລີກ້າ ເຊັນສັນຍາ 1 ປີ.
ອາດີດກັບຕັນທີມ ເຊວຊີ ໄວ 33 ປີ ຢູ່ກັບ ສິງຟ້າ 11 ປີ ຮັບໃຊ້ທີມ 508 ນັດ ຍິງ 17 ປະຕູ 56 ແອັສຊິດ, ຊ່ວຍທີມຄອງແຊ້ມ ພຣີເມ່ຍລີກ 2 ສະໄໝ, ເອັຟເອຄັບ, ລີກຄັບ, ຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ, ແຊ້ມສະໂມສອນໂລກ ຢ່າງລະໜຶ່ງສະໄໝ ແລະ ແຊ້ມ ຢູໂຣປ້າລີກ 2 ສະໄໝ.
Photo: Cesar Azpilicueta, Atletico Madrid