ອາຣເຊນໍລ ປ່ອຍ ການິດ ຊາກ້າ ກັບຄືນສູ່ ບຸນເດັສລີກ້າ ຮ່ວມທັບ ເລເວີຄູເຊັນ 21.4 ລ້ານປອນ!

ການິດ ຊາກ້າ ກອງກາງທີມຊາດສະວິດເຊີແລນ ໂບກມືລາ ອາຣເຊນໍລ ກັບຄືນສູ່ສັງວຽນ ບຸນເດັສລີກ້າ ເຢຍລະມັນ ມາຮ່ວມທັບ ໄບເອີ ເລເວີຄູເຊັນ ດ້ວຍຄ່າໂຕ 21.4 ລ້ານປອນ ເຊັນສັນຍັາ 5 ປີ.

ຊາກ້າ ຍ້າຍຈາກ ໂບຣຸສເຊຍ ມຸນເຊິນ ກັດບັກ ມາຢູ່ກັບ ເດີ ກັນເນີ້ ໃນປີ 2016 ຮັບໃຊ້ທີມ 297 ນັດ ຍິງ 23 ປະຕູ 29 ແອັສຊິດ, ຊ່ວຍທີມໄດ້ແຊ້ມ ເອັຟເອຄັບ ແລະ ຄອມມູນີຕີ້ຊິວ ຢ່າງລະ 2 ສະໄໝ.

Photo: Bayer 04 Leverkusen

Leave a Reply

Your email address will not be published. Required fields are marked *