ແຄັສເປີ ຣຸດ ຮອງແຊ້ມ ເຟັນ ໂອເພັນ 2023 ຕົກຮອບ 2 ເທັນນິສ ວິມເບີດັນ 2023

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້ ມື້ທີ 4 ຂອງການແຂ່ງຂັນ ຍັງມີສາຍຝົນລົບກວນ ແຂ່ງບໍ່ຈົບຫລາຍຄູ່.

ປະເພດຊາຍດ່ຽວ ຮອບທີສອງ: ແຄັສເປີ ຣຸດ ຮອງແຊ້ມ ເຟັນ ໂອເພັນ ປີນີ້ ມື 4 ຂອງລາຍການ ຈາກນໍຣເວ (ນອກແວ) ຍັງບໍ່ຖະໜັດຂອດຫຍ້າ ພາດເສຍໃຫ້ ລ່ຽມ ບົວດີ້ ມືວາຍຄ໊າດຈາກເຈົ້າພາບ 2-3 ເຊັດ: 4-6, 6-3, 6-4, 3-6, 0-6, ຣຸດ ຍັງບໍ່ສາມາດຜ່ານເຂົ້າຮອບ 3 ວິມເບິດັນ.

ຂະນະທີ່ ສະແຕນ ວາວຣິນກ້າ ອາດີດ ມື 3 ຂອງໂລກ ຈາກສະວິດເຊີແລນ ຊະນະ ໂທມັສ ມາຣຕິນ ເອັດເຊເວຣີ້ ມື 29 ຂອງລາຍການ ຈາກອາເຈນຕິນ້າ (ອາກຊັງຕິນ) 3-1 ເຊັດ ຮອບ 3 ໄປພົບກັບ ໂນວັກ ໂຢໂຄວິກ ມື 2 ຂອງໂລກ ແຊ້ມເກົ່າ ຈາກເຊີເບຍ (ແຊັກບີ້).

ທາງດ້ານ ເທເລີ ຟຣິດ ມື 9 ຂອງລາຍການ ຈາກອາເມຣິກາ ກໍຕົກຮອບ, ແຕ່ ຟຣານເຊັສ ເທໂຟ ມື 10 ຈາກອາເມຣິກາຜ່ານໄດ້.

Photo: Wimbledon

Leave a Reply

Your email address will not be published. Required fields are marked *