ຈານໄກວຈຽນ (Tran Quyet Chien) ນັກກິລາບິນລ້ຽດສະນຸກເກີຫວຽດນາມ ສ້າງປະຫວັດສາດຄວ້າແຊ້ມໂລກ Three Cushion World Cup 2023 ທີ່ປໍຣໂຕ້ ປະເທດໂປຕູເກດ (ປັອກຕຸຍການ).
ຮອບຊິງຊະນະເລີດ ຈານໄກວຈຽນ ເອົາຊະນະ ຊາເມ້ ຊິດໂຮມ (Sameh Sidhom) ຈາກເອຢິບ 1,775 ຕໍ່ 1,510. ຈານໄກວຈຽນ ເປັນນັກກິລາປະຫວັດສາດຂອງຫວຽດນາມຄົນດຽວ ທີ່ສາມາດຄວ້າແຊ້ມໂລກ Three Cushion World Cup 2 ສະໄໝ ຕໍ່ຈາກ ປີ 2018. ຂະນະທີ່ ທາຍຮອງຈຽມ (Thai Hong Chiem) ອີກໜຶ່ງນັກກິລາຈາກຫວຽດນາມ ໄດ້ອັນດັບທີ 3 ຮ່ວມກັບ ເຢເຣມີ້ ບິວຣີ້ (Jeremy Bury) ຈາກຝຣັ່ງ.
Photo: Five&Six, Tran Quyet Chien