ການແຂ່ງຂັນ ລົດສູດໜຶ່ງ ຟໍຣມູລ້າວັນ ສະໜາມທີ 9 ຂອງປີ 2023 ລາຍການ ອັອສຕ້ຽນ ກຣັງປຣີ ທີ່ສະໜາມ ເຣດບູລຣິ້ງ, ເມືອງສະປິວເບີກ, ປະເທດໂອຕຣິດ ໃນທ້າຍອາທິດຜ່ານມາ, ຄວາມຍາວຕໍ່ຮອບ 4.318 ແມັດ ແຂ່ງທັງໝົດ 71 ຮອບ.
ປະກົດວ່າ: ແມັກ ເວີສະເຕັບເປິ້ນ ແຊ້ມເກົ່າ ຊາວໂຮນລັງ ຈາກທີມເຣດບລູ ເຣຊິ້ງ ຮອນດ້າ ຜົນງານດີຕໍ່ເນື່ອງ ອອກໂຕເປັນຄົນທຳອິດ ປະຄອງລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 1 ຊົ່ວໂມງ 25 ນາທີ 33.607 ວິນາທີ ເອົາຊະນະ ຊາວ ເລັກເລີ ຊາວໂມນາໂຄ ຈາກຄ້າຍເຟີຣາຣີ້ 5 ກວ່າວິນາທີ, ເວີສະເຕັບເປິ້ນ ຄວ້າແຊ້ມ 5 ສະໜາມຕິດຕໍ່ກັນ ໃນປີນີ້ ເປັນຄັ້ງທີສອງທີ່ເຮັດໄດ້ຕໍ່ຈາກປີຜ່ານມາ.
ທີ 3 ສະໜາມນີ້ເປັນຂອງ ເຊີຈີໂອ້ ເປເຣັຊ ຕາມຫລັງ 17 ກວ່າວິນາທີ, ຂະນະທີ່ ເຟີນັນໂດ ອາລອນໂຊ້ ແຊ້ມໂລກ 2 ສະໄໝ ຊາວແອັສປາຍ ຈາກຄ້າຍ ແອັສຕັນ ມາຣຕິນ ອາຣາມໂຄ້ ເມີຊີເດັສ ຈົບອັນດັບທີ 5 ຕາມຫລັງ 30 ກວ່າວິນາທີ, ລຸຍ ຮາມິນຕັນ ແຊ້ມໂລກ 7 ສະໄໝ ຈົບອັນດັບທີ 8 ຕາມຫລັງ 49 ກວ່າວິນາທີ.
ສ່ວນການແຂ່ງຂັນ ສະປຣິນ 24 ຮອບ: ເວີສະເຕັບເປິ້ນ ກໍໄດ້ອັນດັບທີໜຶ່ງ ເກັບເພີ່ມ 8 ຄະແນນ, ຜ່ານໄປ 9 ສະໜາມ ຜູ້ນຳຄະແນນລວມນັກຂັບຍັງຄົງແມ່ນ ແຊ້ມເກົ່າ ເວີສະເຕັບເປິ້ນ ມີ 229 ຄະແນນ, ທີສອງ ເຊີຈີໂອ້ ເປເຣັຊ ເພື່ອນຮ່ວມທີມ ມີ 148 ຄະແນນ, ທີ 3 ເຟີນັນໂດ ອາລອນໂຊ້ ມີ 131 ຄະແນນ.
ສ່ວນທີມຜູ້ສ້າງ ທີມນຳແມ່ນ ທີມເຣດບລູ ເຣຊິ້ງ ຮອນດ້າ ມີ 377 ຄະແນນ, ຮອງລົງມາແມ່ນ ເມີຊີເດັຊ ມີ 178 ຄະແນນ ແລະ ແອັສຕັນ ມາຣຕິນ ອາຣາມໂຄ້ ເມີຊີເດັສ ມີ 175 ຄະແນນ.
ສະໜາມຕໍ່ໄປ ສະໜາມທີ 10 ລາຍການ ບຣີທິສ ກຣັງປຣີ ທີ່ສະໜາມ ຊິວເວີສະໂຕນ, ປະເທດອັງກິດ ຈະແຂ່ງຂັນວັນທີ 7-9 ກໍລະກົດ 2023 ນີ້.