ເຕະບານຍິງ ທີມຊາດລາວ U19 ເສຍໃຫ້ ກຳປູເຈຍ 1-2 ເຕະບານຍິງ U19 ຊິງແຊ້ມອາຊຽນ 2023

ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 19 ປີ ຊິງແຊ້ມອາຊຽນ 2023 ທີ່ປະເທດອິນໂດເນເຊຍ, ນັດທຳອິດຂອງກຸ່ມ A ທີມຍິງ ທີມຊາດລາວ U19  ເຂົ້າຮ່ວມແຂ່ງຂັນຄັ້ງທຳອິດ ເສຍໃຫ້ ກຳປູເຈຍ 1-2 ທີມຊາດລາວ ໄດ້ປະຕູນຳກ່ອນໃນ 3 ນາທີທຳອິດຈາກ ຈິນດາ ສີຫາລາດ ແຕ່ຖືກຍິງແຊງສອງປະຕູ, ຂະນະທີ່ U19 ຍິງ ທີມຊາດອິນໂດເນເຊຍ ເຈົ້າພາບ ຊະນະ ຕີມໍເລັສເຕ້ 7-0

ນັດທີ 2 ຂອງກຸ່ມ A U19 ຍິງ ທີມຊາດລາວ ຈະພົບກັບ ອິນໂດເນເຊຍ ເຈົ້າພາບ ວັນທີ 7 ກໍລະກົດ 2023 ເວລາ 19:30. ອີກໜຶ່ງຄູ່ ຕີມໍເລັສເຕ້ ພົບ ກຳປູເຈຍ ເວລາ 15:30.

Photo: Lao FF

Leave a Reply

Your email address will not be published. Required fields are marked *