ທີມຊາດລາວ ຢູ່ໂຖທີ 2 ພ້ອມກັບອີກ 8 ທີມຄື: ມາເກົ້າ, ມົງໂກລີ, ພູຖານ, ບັງກະລາເທດ, ບຣູໄນ, ຕີມໍເລັສເຕ້, ປາກິສຖານ ແລະ ນັອດເທິນ ມາເຣຍນ້າ.
ສ່ວນໂຖທີ 1 ມີ: ອິນໂດເນເຊຍ, ໄຕ້ຫວັນ, ເມົາດິຟ, ເຢເມັນ, ອັຟການິສຖານ, ສິງກະໂປ, ມຽນມາ, ເນປານ ແລະ ກຳປູເຈຍ.
ການຈັບສະຫລາກ ຈະຈັດຂຶ້ນໃນວັນທີ 27 ກໍລະກົດ 2023 ສຳລັບຮູບແບບການຈັບສະຫລາກ ແລະ ການຄັດເລືອກ ຮອບທີ 1 ທະວີບອາຊີ ເອົາທີມທີ່ມີອັນດັບ 28-45 ຂອງທະວີບ ລວມ 18 ທີມ, ແບ່ງອອກເປັນ 2 ໂຖ, ໂຖລະ 9 ທີມ, ໂຖທີ 1 ແມ່ນທີມທີ່ມີອັນດັບ 28-36 ຂອງທະວີບ ເປັນທີມວາງ, ສ່ວນໂຖທີ 2 ແມ່ນອັນດັບທີ 37-45 ຂອງທະວີບ, ທີມທີ່ຢູ່ໂຖດຽວກັນຈະບໍ່ພົບກັນເດັດຂາດ.
ສ່ວນຮູບແບບການແຂ່ງຂັນແມ່ນ 2 ນັດແບບໄປ-ກັບ ແລ້ວຄັດເອົາຜູ້ຊະນະ 9 ທີມໄປແຂ່ງຂັນໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນວັນທີ 12 ຕຸລາ ແລະ 17 ຕຸລາ 2023 ນີ້. ຮອບຄັດເລືອກ ຮອບທີ 2 ມີທັງໝົດ 36 ທີມ ຜູ້ຊະນະຮອບທີໜຶ່ງ 9 ທີມ ແລະ 27 ທີມທີ່ໄດ້ສິດລໍຖ້າໃນຮອບທີ 2.
CG: ASEAN Football