PSG ປະກາດແຕ່ງຕັ້ງ ລຸຍ ເອັນຣີເກ້ ຄູຝຶກຊາວສະເປນ ເປັນຄູຝຶກຂອງສະໂມສອນ

ປາຣີ ແຊັງແຊກແມັງ ທີມຊັ້ນນຳໃນລີກສູງສຸດຂອງຝຣັ່ງ ປະກາດແຕ່ງຕັ້ງ ລຸຍ ເອັນຣີເກ້ ຄູຝຶກຊາວສະເປນ (ແອັສປາຍ) ເປັນຄູຝຶກຂອງສະໂມສອນ ແທນທີ່ ຄຣິສໂຕເຟີ ກາຕີເຢ່ ເຊັນສັນຍາ 2 ປີ.

ສຳລັບ ເອັນຣີເກ້ ວ່າງງານມາແຕ່ເດືອນທັນວາ ປີ 2022 ຫລັງແຍກທາງກັບທີມຊາດສະເປນ ຍ້ອນພາທີມຕົກຮອຍ 16 ທີມສຸດທ້າຍ ບານໂລກ 2022 ເສຍດວນຈຸດໂທດໃຫ້ ທີມຊາດໂມຣັອກໂຄ (ມາຣົກ).

ເອັນຣີເກ້ ປະສົບຜົນສຳເລັດຫລາຍຢ່າງໃນການຄຸມສະໂມສອນຜ່ານມາ ເປັນຕົ້ນຄຸມ ບາຣເຊໂລນ້າ 3 ລະດູການ ປີ 2014-2017 ພາທີມໄດ້ 9 ແຊ້ມ ໃນນີ້ລະດູການທຳອິດພາທີມໄດ້ 3 ແຊ້ມຄື: ຢູຟ້າ ແຊ້ມປ້ຽນລີກ, ລາລີກ້າ ແລະ ໂຄປ້າ ເດວເຣ.

Photo: PSG

Leave a Reply

Your email address will not be published. Required fields are marked *