U21 ທີມຊາດອັງກິດ ແລະ U21 ທີມຊາດສະເປນ ເຂົ້າຮອບຊິງຊະນະເລີດ U21 ປີ ຊິງແຊ້ມເອີຣົບ 2023

ຮອບ 4 ທີມສຸດທ້າຍ U21 ອັງກິດ ຊະນະ U21 ອິດສະຣາເອວ (ອິດສະຣາແອນ) 3-0 ໄດ້ປະຕູຈາກ ເບັນກິບໄວ ສູນໜ້າຈາກ ນັອດຕິ້ງແຮມ ຟໍເຣັສ ນາທີ 42′, ໂຄລ ພາວເມີ້ ສູນໜ້າຈາກ ແມນຊິຕີ້ ນາທີ 63′ ແລະ ປິດທ້າຍຈາກ ຄາເມຣ້ອນ ອາເຊີ້ ກອງໜ້າຈາກ ແອັສຕັນ ວິນລາ ນາທີ 90′.

U21 ອັງກິດ ແຊ້ມ 2 ສະໄໝ ເຂົ້າຮອບຊິງຊະນະເລີດ ເປັນຄັ້ງທີ 4 ພົບກັບ U21 ທີມຊາດສະເປນ (ແອັສປາຍ) ແຊ້ມສູງສຸດ 5 ສະໄໝ ທີ່ເອົາຊະນະ U21 ທີມຊາດຢູເຄຣນ (ອູແກຣນ) 5-1. ແອັສປາຍ ເຂົ້າຊິງເປັນຄັ້ງທີ 9. ຮອບຊິງຊະນະເລີດ ຈະແຂ່ງຂັນວັນທີ 8 ກໍລະກົດ 2023 ນີ້.

Photo: UEFA Under-21 Championship

Leave a Reply

Your email address will not be published. Required fields are marked *