ລົດຖີບທາງໄກ ຕູເດີຟຣອງ 2023 ສະໜາມທີ 5 ໄດ້ແຊ້ມໜ້າໃໝ່!

ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 5 ເສັ້ນທາງຈາກເມືອງ ພໍລ ຫາເມືອງ ລາລອນ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 163 ກິໂລແມັດ.

ປະກົດວ່າ: ແຊ້ມສະໜາມນີ້ເປັນຂອງ ໄຈ ຮິນລີ້ ນັກກິລາຊາວອົດສະຕຣາລີ ໄວ 27 ປີ ຈາກທີມ ບໍຣ້າ ຮັນໂກເຮີ ເວລາ 3 ຊົ່ວໂມງ 57 ນາທີ 7 ວິນາທີ ເອົາຊະນະ ຈູລີໂອ ຊິກໂຄເນ່ ຊາວອີຕາລີ ຈາກທີມ ລີເດິນເຕັກ 32 ວິນາທີ.

ໄຊຊະນະສະໜາມນີ້ຂອງ ໄຈ ຮິນລີ້ ແຊງຂຶ້ນມາຄອງເສື້ອເຫລືອງ ຜູ້ນຳເວລາລວມຜ່ານໄປ 5 ສະໜາມ ເວລາລວມ 22 ຊົ່ວໂມງ 15 ນາທີ 12 ວິນາທີ, ນຳອັນດັບສອງ ໂຢນັສ ວິນເກກ໊າດ ແຊ້ມເກົ່າ ຊາວເດັນມາກ ຈາກທີມ ຈຳໂບ້ ວິສມ້າ 47 ວິນາທີ.

ສ່ວນ ອາດຳ ຢາເຕັສ ຊາວສະຫະຣາຊອານາຈັກ ຈາກທີມ ຢູເອອີ ເອມີເຣດ ຜູ້ຄອງເສື້ອເຫລືອງ 4 ສະໜາມຜ່ານມາ ຕົກໄປຢູ່ທີ 5 ຕາມຫລັງຜູ້ນຳ 1 ນາທີ 34 ວິນາທີ.

ສະໜາມຕໍ່ໄປ ສະໜາມທີ 6 ຈະແຂ່ງຂັນໃນວັນທີ 6 ກໍລະກົດນີ້ ເສັ້ນທາງຈາກເມືອງ ຕາເບ່ ຫາເມືອງ ຄໍເຕເຣ່ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 145 ກິໂລແມັດ.

Photo: Le Tour de France

Leave a Reply

Your email address will not be published. Required fields are marked *