ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.
ປະເພດຍິງດ່ຽວ ຮອບທີ 2: ອີກ້າ ສະເວຍເຕັກ ມື 1 ຂອງໂລກ ຈາກໂປແລນ (ໂປໂລຍ) ຜົນງານດີຕໍ່ເນື່ອງເອົາຊະນະ ຊາຣ້າ ຕໍຣໂມ້ ຈາກສະເປນ (ແອັສປາຍ) 2-0 ເຊັດ: 6-2 ແລະ 6-0 ຮອບ 3 ລໍຖ້າພົບກັບຜູ້ຊະນະລະຫວ່າງ ເປຕ້າ ມາຕິກ ມື 30 ຈາກໂຄຣເອເຊຍ (ໂຄຣອາຊີ້) ຫລື ເດຍເນ່ ປາຣີ້ ຈາກຝຣັ່ງ.
ຂະນະທີ່ ດາເຣຍ ຄາຊັດກີນ້າ ມື 11 ຈາກຣັດເຊຍ ກໍຜ່ານໄດ້. ສ່ວນຮອບທີໜຶ່ງ ຄູ່ຕົກຄ້າງທີ່ໜ້າສົນໃຈ: ມາເຣຍ ຊັກກາຣີ້ ມື 8 ຈາກກຣິຊ (ເກຣັກ) ຕົກຮອບ.
Photo: Wimbledon