ເກືອບ 4 ຊົ່ວໂມງ! ຊິດຊີປັສ ຊະນະ ໂດມີນິກ ທິ່ມ 3-2 ເຊັດ! ເຂົ້າຮອບ 2 ເທັນນິສ ວິມເບີດັນ 2023

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.

ປະເພດຊາຍດ່ຽວ ຮອບທີໜຶ່ງ: ສະເຕຟານັອສ ຊິດຊີປັສ ມື 5 ຂອງລາຍການ ຈາກເກຣັກ ເອົາຊະນະ ໂດມີນິກ ທິ່ມ ອາດີດ ມື 3 ຂອງໂລກ ຈາກອັອສເຕຣຍ (ໂອຕຣິດ) ແບບສຸດມັນ 3-2 ເຊັດ: 3-6, 7-6 (7-1), 6-2, 6-7 (5-7) ແລະ 7-6 (10-8) ໃຊ້ເວລາແຂ່ງຂັນ 3 ຊົ່ວໂມງ 56 ນາທີ, ຮອບ 2 ຊິດຊີປັສ ໄປພົບກັບ ແອນດີ້ ເມີຣີ້ ຂວັນໃຈເຈົ້າພາບ ອະດີດແຊ້ມ 2 ສະໄໝ.

Photo: Wimbledon

Leave a Reply

Your email address will not be published. Required fields are marked *