ໂນວັກ ແຊ້ມເກົ່າ ປາບນັກເທັນນິສອົດສະຕຣາລີ 3 ເຊັດລວດ! ເຂົ້າຮອບ 3 ເທັນນິສ ວິມເບີດັນ 2023

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້ ມື້ທີສາມຂອງການແຂ່ງຂັນ ຍັງມີສາຍຝົນລົບກວນ ແຂ່ງບໍ່ຈົບຫລາຍຄູ່.

ປະເພດຊາຍດ່ຽວ ຮອບທີສອງ: ໂນວັກ ໂຢໂຄວິກ ມື 2 ຂອງໂລກ ແຊ້ມເກົ່າ ຈາກເຊີເບຍ (ແຊັກບີ້) ເອົາຊະນະ ຈໍແດນ ທອມສັນ ອັນດັບ 70 ຂອງໂລກ ຈາກອົດສະຕຣາລີ 3-0 ເຊັດ: 6-3, 7-6 (7-4) ແລະ 7-5 ໂນວັກ ແຊ້ມແກຣນສະແລມສູງສຸດ 23 ສະໄໝ ເກັບໄຊຊະນະນັດທີ 350 ໃນລະດັບແກຣນສະແລມ.

ຮອບ 3 ລໍຖ້າພົບກັບຜູ້ຊະນະລະຫວ່າງ ສະແຕນ ວາວຣິນກ້າ ອາດີດ ມື 3 ຂອງໂລກ ຈາກສະວິດເຊີແລນ ຫລື ໂທມັສ ມາຣຕິນ ເອັດເຊເວຣີ້ ມື 29 ຂອງລາຍການ ຈາກອາເຈນຕິນ້າ (ອາກຊັງຕິນ).

ຂະນະທີ່ ຢານນິກ ຊິນເນີ ມື 8 ຈາກອີຕາລີ ກໍຜ່ານໄດ້.

Photo: Wimbledon

Leave a Reply

Your email address will not be published. Required fields are marked *