ຄັອສຕາຣິກ້າ ຖະຫລົ່ມ ມາຕີນິກ 6-4 ເຂົ້າຮອບ 8 ທີມສຸດທ້າຍ CONCACAF Gold Cup 13 ຄັ້ງຕິດຕໍ່ກັນ

ການແຂ່ງຂັນເຕະບານລະດັບຊາດ ຊິງແຊ້ມຂົງເຂດອາເມຣິກາເໜືອ, ອາເມຣິກາກາງ ແລະ ຄາຣິບບ້ຽນ ຫລື ຄອນຄາເຄັຟ ໂກລຄັບ (CONCACAF Gold Cup 2023) ທີ່ສະຫະລັດ ອາເມຣິກາ ແລະ ການາດ້າ ເປັນເຈົ້າພາບຮ່ວມກັນ.

ນັດສຸດທ້າຍຂອງກຸ່ມ C ຄັອສຕາຣິກ້າ ອາດີດແຊ້ມ 3 ສະໄໝ ຖະຫລົ່ມ ມາຕີນິກ 6-4 ມີ 4 ຄະແນນ ຈາກ 3 ນັດ ເປັນທີ 2 ຂອງກຸ່ມ ຮອງຈາກປານາມາ ທີ່ມີ 7 ຄະແນນ ທັງສອງທີມເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ, ສຳລັບ ຄັອສຕາຣິກ້າ ເຂົ້າຮອບ 8 ທີມສຸດທ້າຍ ເປັນຄັ້ງທີ 13 ຄັ້ງຕິດຕໍ່ກັນ.

ຮອບ 8 ທີມສຸດທ້າຍ: ຄັອສຕາຣິກ້າ ພົບກັບ ເມັກຊິໂກ້ ຮອງແຊ້ມຄັ້ງຜ່ານມາ ທັງເປັນແຊ້ມສູງສຸດ 11 ສະໄໝ, ປານາມາ  ພົບກັບ ກາຕ້າ ຈະແຂ່ງຂັນວັນທີ 8 ກໍລະກົດນີ້, ຂະນະທີ່ ສະຫະລັດ ອາເມຣິກາ ແຊ້ມເກົ່າ ພົບກັບ ການາດ້າ ເຈົ້າພາບຮ່ວມກັນ, ກົວເຕມາລາ ພົບ ຈາໄມກ້າ ຈະແຂ່ງຂັນວັນທີ 9 ກໍລະກົດນີ້.

Photo: Gold Cup

Leave a Reply

Your email address will not be published. Required fields are marked *