ອາວ ນາສເຊີ ສະໂມສອນເສດຖີໃນລີກສູງສຸດຂອງຊາອຸດິອາຣາເບຍ ເປີດໂຕນັກເຕະໃໝ່ ມາຣເຊໂລ້ ໂບໂຊວິກ ກອງກາງທີມຊາດໂຄຣເອເຊຍ (ໂຄຣອາຊີ້) ໄວ 30 ປີ ທີ່ຍ້າຍມາຈາກ ອິນເຕີ ມິລານ ໃນເຊຣີອາ ອີຕາລີ ດ້ວຍຄ່າໂຕ 18 ລ້ານເອີໂຣ ເຊັນສັນຍາ 3 ປີ. ໂບໂຊວິກ ໄດ້ຮ່ວມງານກັບ ຄຣິສເຕຍໂນ້ ໂຣນາວໂດ້ ໃນຖິ່ນ ອາວ-ອໍວໍ ປ໊າກ.
ສຳລັບ ມາຣເຊໂລ້ ໂບໂຊວິກ ຢູ່ກັບທັບງູໃຫຍ່ ອິນເຕີ ມິລານ ລະຫວ່າງປີ 2015–2023 ຮັບໃຊ້ທີມ 330 ນັດ ລວມທຸກລາຍການ ຍິງ 31 ປະຕູ 43 ແອັສຊິດ, ຊ່ວຍທີມໄດ້ແຊ້ມ ເຊຣີອາ 1 ສະໄໝ, ໂຄປ້າ ອີຕາເລຍ, ຊຸບເປີຄັບ ອີຕາລີ ຢ່າງລະ 2 ສະໄໝ ພ້ອມກັບໄດ້ຮອງແຊ້ມ ຢູຟ້າ ແຊ້ມປ້ຽນລີກ ແລະ ຢູໂຣປ້າລີກ ຢ່າງລະໜຶ່ງສະໄໝ.
ໃນນາມທີມຊາດໂຄຣອາຊີ້ ຮັບໃຊ້ທີມ 87 ນັດ ຍິງ 7 ປະຕູ ຊ່ວຍທີມໄດ້ຮອງແຊ້ມໂລກ 2018 ແລະ ອັນດັບ 3 ປີ 2022.
Photo: Al-Nassr FC