ການແຂ່ງຂັນບານສົ່ງໃນຮົ່ມຊາຍລະດັບໂລກ ລາຍການ FIVB ເນຊັ່ນລີກ ປະຈຳປີ 2023 ຮອບຄັດເລືອກອາທິດທີ 3 ອາທິດສຸດທ້າຍ ກຸ່ມທີ 6 ແຂ່ງທີ່ປາເຊ່ ປະເທດຟີລິບປິນ, ຍີ່ປຸ່ນ ອັນດັບ 7 ຂອງໂລກ ຍັງຜົນງານດີຕໍ່ເນື່ອງ ຄວ້າໄຊຊະນະ 9 ນັດລວດ ຫລ້າສຸດແຊງຊະນະ ຈີນ ອັນດັບ 25 ຂອງໂລກ ແບບສຸດມັນ 3–2 ເຊັດ: 24–26, 25–23, 21–25, 25–23 ແລະ 15–12 ຍີ່ປຸ່ນ ເປັນທີມທຳອິດຜ່ານການຄັດເລືອກສູ່ຮອບສຸດທ້າຍແນ່ນອນແລ້ວ. ຜົນອີກໜຶ່ງຄູ່ ອີຕາລີ ແຊງຊະນະ ເບຣຊິນ 3–1 ເຊັດ.
ກຸ່ມທີ 5 ແຂ່ງທີ່ອານາເຮມ ປະເທດສະຫະລັດ ອາເມຣິກາ: ອາກຊັງຕິນ ແຊງຊະນະ ແຊັກບີ້ 3–1 ເຊັດ ແລະ ຝຣັ່ງ ແຊ້ມເກົ່າ ຊະນະ ອີຣານ 3–0 ເຊັດ.
ສະຫລຸບຕາຕະລາງອັນດັບປັດຈຸບັນ ຍີ່ປຸ່ນ ເປັນທີມນຳ ຊະນະ 9 ນັດລວດ, ຮອງລົງມາແມ່ນ ສະຫະລັດ ອາເມຣິກາ ຊະນະ 7 ເສຍ 1, ອາກຊັງຕິນ, ເບຣຊິນ, ອີຕາລີ ຊະນະ 6 ເສຍ 3, ສະໂລເວນີ້, ໂປໂລຍ ຊະນະ 6 ເສຍ 2, ໂຮນລັງ ຊະນະ 4 ເສຍ 4, ຝຣັ່ງ, ແຊັກບີ້ ຊະນະ 4 ເສຍ 5, ອີຣານ ແລະ ຈີນ ຊະນະ 2 ເສຍ 7, ກູບ້າ, ການາດ້າ ຊະນະ 2 ເສຍ 6, ບຸນກາຣີ້, ເຢຍລະມັນ ແລະ ຈີນ ຊະນະ 1 ເສຍ 7.
ສຳລັບການແຂ່ງຂັນບານສົ່ງໃນຮົ່ມຊາຍ ເນຊັ່ນລີກ 2023 ມີ 16 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນໃນຮອບຄັດເລືອກ ທຸກທີມໄດ້ພົບກັນໝົດ ໂດຍແບ່ງການແຂ່ງຂັນອອກເປັນ 3 ອາທິດ, ທີມໜຶ່ງຕ້ອງແຂ່ງໃຫ້ສຳເລັດ 12 ນັດ ແລ້ວຄັດເອົາທີ 1–8 ໄປແຂ່ງຂັນຮອບສຸດທ້າຍທີ່ປະເທດໂປໂລຍ ໃນລະຫວ່າງວັນທີ 19–23 ກໍລະກົດ 2023, ສ່ວນການຄັດເລືອກຈະສຳເລັດໃນວັນທີ 9 ກໍລະກົດ 2023.
Photo: Volleyball World