ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 4 ເສັ້ນທາງຈາກເມືອງ ແດັກຊ໌ຫາເມືອງ ນາກາໂຣ້ ປະເທດຝຣັ່ງ ເປັນເສັ້ນທາງລຽບ ໄລຍະທາງ 182 ກິໂລແມັດ.
ປະກົດວ່າ: ແຊ້ມສະໜາມນີ້ເປັນຂອງ ຢາສເປີ ຟີລິບເຊັນ ນັກກິລາຊາວແບນຊິກ ໄວ 25 ປີ ຈາກທີມ ອາວເປຊິນ ເດຊູນິກ ເວລາ 4 ຊົ່ວໂມງ 25 ນາທີ 28 ວິນາທີ ເອົາຊະນະ ຄາເລັບ ອີແວນ ຊາວອົດສະຕຣາລີ ຈາກທີມ ລັອດໂຕ້ ດິສນີ້ ພຽງສ້ຽວວິນາທີ.
ຂະນະທີ່ ອາດຳ ຢາເຕັສ ຊາວສະຫະຣາຊອານາຈັກ ຈາກທີມ ຢູເອອີ ທີມເອມີເຣດ ຍັງຄອງເສື້ອເຫລືອງ ຜູ້ນຳເວລາລວມຜ່ານໄປ 4 ສະໜາມ ເວລາລວມ 18 ຊົ່ວໂມງ 18 ນາທີ 1 ວິນາທີ, ນຳອັນດັບສອງ 6 ວິນາທີ. ສ່ວນ ໂຢນັສ ວິນເກກ໊າດ ແຊ້ມເກົ່າຊາວເດັນມາກ ຈາກທີມ ຈຳໂບ້ ວິສມ້າ ຢູ່ອັນດັບທີ 6 ຕາມຫລັງຜູ້ນຳ 17 ວິນາທີ.
ສະໜາມຕໍ່ໄປ ສະໜາມທີ 5 ຈະແຂ່ງຂັນໃນວັນທີ 5 ກໍລະກົດນີ້ ເສັ້ນທາງຈາກເມືອງ ພໍລ ຫາເມືອງ ລາລອນ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 163 ກິໂລແມັດ.
Photo: Le Tour de France